陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີຣານຫວັງເພີ່ມຄວາມໄວ້ເນື້ອເຊື່ອໃຈແລະການຮ່ວມມືກັບອົງການພະລັງງານປະລະມານູສາກົນ

2022-03-06 13:51:53 cri

ອີຣານຫວັງເພີ່ມຄວາມໄວ້ເນື້ອເຊື່ອໃຈແລະການຮ່ວມມືກັບອົງການພະລັງງານປະລະມານູສາກົນ_fororder_伊朗

  ວັນທີ 5 ມີນານີ້,ທ່ານອັບໂດນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດ ອີຣານກ່າວວ່າ,ໃນໄລຍະທ່ານກຣົດຊີ ຜູ້ອຳນວຍການໃຫຍ່ອົງການພະລັງງານ ປະລະມານູສາກົນຢ້ຽມຢາມອີຣານ,ຫວັງວ່າຄວາມໄວ້ເນື້ອເຊື່ອໃຈແລະການຮ່ວມມືຂອງສອງຝ່າຍຈະໄດ້ຮັບການເພີ່ມທະວີຂຶ້ນຕື່ມອີກ.

 

  ອີງຕາມຂ່າວຈາກກະຊວງການຕ່າງປະເທດອີຣານ,ວັນທີ 5 ມີນານີ້,ທ່ານ ອັບໂດນລາຮຽນໄດ້ເວົ້ານຳທ່ານກຣົດຊີວ່າ,ອົງການພະລັງງານປະລະມານູສາກົນຕ້ອງການນຳໃຊ້ການກະທຳທີ່ເປັນອິດສະຫຼະ ມີວະຊາສະເພາະແລະຍຸຕິທຳ.ຫວັງ ໃຫ້ອົງການພະລັງງານປະລະມານູສາກົນເພີ່ມທະວີສາຍພົວພັນແລະການຮ່ວມມື ກັບອີຣານນອກຈາກຕິດຕາມແລະກວດກາໂຄງລ່າງນີວເຄຣຍຂອງອີຣານ,ລວມ ທັງສະໜັບສະໜູນອຸດສາຫະກຳນີວເຄຣຍທີ່ໃຊ້ໃນທາງສັນຕິພາບຂອງອີຣານ.

 

  ທ່ານອັບໂດນລາຮຽນກ່າວວ່າ,ຫວັງວ່າການເຈລະຈາແລະຄວາມເຂົ້າໃຈກັນ ລະຫວ່າງອົງການພະລັງງານປະລະມານຸສາກົນແລະອົງການພະລັງງານປະລະ ມານູອີຣານຈະສາມາດປູທາງໃຫ້ແກ່ການປະຕິບັດສັນຍາທີ່ກ່ຽວຂ້ອງໄດ້ຫຼາຍກວ່າຍາມໃດໝົດ.

ຄຳ​ເຫັນ

0