ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 5 ມີນານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົນທະນາກັບທານອັນໂຕນີ ບລິນເກັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຜ່ານທາງໂທລະສັບຕາມການນັດໝາຍ. ທ່ານວາງຢີ້ກ່າວວ່າ: ປັດຈຸບັນ, ວຽກງານສຳຄັນທີ່ສຸດສຳລັບການພົວພັນລະຫວ່າງຈີນ-ອາເມຣິກາ ແມ່ນຊຸກຍູ້ແລະປະຕິບັນຄວາມເຫັນທີ່ເປັນເອກະພາບກັນໃນການພົບປະເຈລະຈາກັນລະຫວ່າງປະມຸກລັດສອງປະເທດຜ່ານທາງວິດີໂອ. ໃນໄລຍະມໍ່ໆມານີ້, ຖ້ອຍຄຳຈຳນວນໜຶ່ງຂອງອາເມຣິກາໄດ້ຝ່າຝືນກັບເປົ້າໝາຍດັ່ງກ່າວ, ຈີນມີຄວາມເປັນຫ່ວງຢ່າງສູງຕໍ່ກັບເລື່ອງນີ້. ອາເມຣິກາຢວນຢຸດຕິການກະທຳທີ່ຍຸຍົງສົ່ງເສີມແລະສະໜັບສະໜູນການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ.
ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາອູແກຼນ. ທ່ານວາງຢີ້ກ່າວວ່າ: ວິກິດການອູແກຼນຕ້ອງແກ້ໄຂດ້ວຍການສົນທະນາແລະການເຈລະຈາໃນທີ່ສຸດ. ຈີນສະໜັບສະໜູນຄວາມພະຍາຍາມທຸກຢ່າງທີ່ມີຜົນດີຕໍ່ການຜ່ອນຄາຍສະຖານະການແລະການແກ້ໄຂບັນຫາຜ່ານທາງການເມືອງ, ຄັດຄ້ານການກະທຳທຸກຢ່າງທີ່ບໍ່ມີຜົນດີຕໍ່ການຊຸກຍູ້ການແກ້ໄຂບັນຫາຜ່ານທາງການທູດ ແຕ່ພັດສົ່ງເສີມໃຫ້ສະຖານະການເຄັ່ງຕຶງຂຶ້ນ.
ຄຳເຫັນ
0