尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ໄດ້ຊ່​ວຍ​ຜ່ອນ​ຄາຍ​ຄວາມ​ກົດ​ດັນ​ໃນ​ການ​ຕ້ານ​​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ເຂດ​ກາ​ຊາ

2022-03-07 17:00:44 cri

ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ໄດ້ຊ່​ວຍ​ຜ່ອນ​ຄາຍ​ຄວາມ​ກົດ​ດັນ​ໃນ​ການ​ຕ້ານ​​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ເຂດ​ກາ​ຊາ_fororder_f11f3a292df5e0fecd83a6a671a2c9a15cdf72cd

      ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ເຈົ້າ​ໜ້າ​ທີ່​ກົມ​ຄຸ້ມ​ຄອງ​ຢາກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປາ​ແລັ​ສ​ຕິນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໂດຍ​ກ່າວ​ວ່າ: ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ໄດ້​ຊ່ວຍ​ຜ່ອນ​ຄາຍ​ຄວາມ​ກົດ​ດັນ​ໃນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ເຂດ​ກາ​ຊາ,​ຂໍຂອບ​ໃຈ​​ນຳ​ປະ​ເທດ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ປາ​ແລັ​ສ​ຕິນ​ມາ​ໂດຍ​ຕະ​ຫຼອດ.

      ໃນ​ທ້າຍ​ເດືອນ​ກຸມ​ພາ​ຜ່ານ​ມາ, ວັກ​ຊີນ​ໂຄວິດ-19 ທັງ​ໝົດ 5 ແສນ​ຫຼອດ​ທີ່​ຈີນ​ແລະ​ເອ​ຢິບ​ໄດ້​ຮ່ວມ​ກັນ​ຊ່ວຍ​ເຫຼືອ​ປາ​ແລັ​ສ​ຕິນ​ໄດ້​ສົ່ງ​ໄປ​ເຖິງ​ເຂດ​ກາ​ຊາ​ແລ້ວ​ໂດຍ​ຜ່ານ​ດ່ານຣາ​ຟາ. ໃນ​ປີ​ກາຍ​ນີ້​ຈີນ​ກໍ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອວັກ​ຊີນ​ໂຄວິດ-19 ງວດ​ໜຶ່ງ​ແກ່​ເຂດ​ກາ​ຊາ.

      ເຈົ້າ​ໜ້າ​ທີ່​ທ່ານ​ນີ້ຍັງ​ກ່າວ​ວ່າ: ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ໄດ້​ຊ່ວຍ​ຜ່ອນ​ຄາຍ​ບັນ​ຫາ​ການ​ຂາດ​ແຄນ​ງົບ​ປະ​ມານ​ຢູ່​ທ້ອງ​ຖິ່ນ​ຢ່າງ​ຫຼວງ​ຫຼາຍ. ປັດ​ຈຸ​ບັນ, ເຂດ​ກາ​ຊາ​​ສາ​ມາດ​ຜ່ານ​ຜ່າ​​ການ​ລະ​ບາດ​ຮອບ 4 ​ທີ່​ມີ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໄດ້​ຢ່າງ​ຫຼວງ​ຫຼາຍ, ຄຽງ​ຄູ່​ກັບ​ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19 ເພີ່ມ​ຂຶ້ນ, ອັດ​ຕາ​ການ​ເປັນ​ພະ​ຍາດ​ແລະ​ອັດ​ຕາ​ການ​ເສຍ​ຊີ​ວິດ​ລ້ວນ​ແຕ່​ໄດ້​ຫຼຸດ​ລົງ. ທ່ານ​ກ່າວ​ວ່າ: ​ປາ​ແລັ​ສ​ຕິນ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຈີນ​ທີ່​ໄດ້​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ເຂດ​ກາ​ຊາ, ປາ​ແລັ​ສ​ຕິນ​ຫວັງ​​ຢາກ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ແພດ​ໃຫ້​ຫຼາຍກວ່າ​ເກົ່າ​ໃນ​ອະ​ນາ​ຄົດ.

ຄຳ​ເຫັນ

0