徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາອຸດິດອາຣັບບີຈັດງານວາງສະແດງອາວຸດຍຸດໂທປະກອນໂລກຄັ້ງປະຖົມມະລືກ ວິສາຫະກິດ “ອຸດສາຫະກຳການທະຫານຈີນ” ໄດ້ຮັບຄວາມສົນໃຈໃນການວາງສະແດງ

2022-03-07 15:07:37 cri

ຊາອຸດິດອາຣັບບີຈັດງານວາງສະແດງອາວຸດຍຸດໂທປະກອນໂລກຄັ້ງປະຖົມມະລືກ ວິສາຫະກິດ “ອຸດສາຫະກຳການທະຫານຈີນ” ໄດ້ຮັບຄວາມສົນໃຈໃນການວາງສະແດງ_fororder_WechatIMG279

ຊາອຸດິດອາຣັບບີຈັດງານວາງສະແດງອາວຸດຍຸດໂທປະກອນໂລກຄັ້ງປະຖົມມະລືກ ວິສາຫະກິດ “ອຸດສາຫະກຳການທະຫານຈີນ” ໄດ້ຮັບຄວາມສົນໃຈໃນການວາງສະແດງ_fororder_WechatIMG277

ຊາອຸດິດອາຣັບບີຈັດງານວາງສະແດງອາວຸດຍຸດໂທປະກອນໂລກຄັ້ງປະຖົມມະລືກ ວິສາຫະກິດ “ອຸດສາຫະກຳການທະຫານຈີນ” ໄດ້ຮັບຄວາມສົນໃຈໃນການວາງສະແດງ_fororder_WechatIMG278

ຕາມຂ່າວCRI: ວັນທີ 6 ມີນານີ້, ງານວາງສະແດງອາວຸດຍຸດໂທປະກອນໂລກຄັ້ງປະຖົມມະລືກຂອງຊາອຸດິດອາຣັບບີໄດ້ໄຂຂຶ້ນຢູ່ນະຄອນຫຼວງຣີຢັດ, ກົມອຸດສາຫະກຳເຕັກໂນໂລຊີດ້ານການປ້ອງກັນປະເທດແຫ່ງຊາດຈີນໄດ້ຈັດສົ່ງວິສາຫະກິດ “ອຸດສາຫະກຳການທະຫານຈີນ” 8 ແຫ່ງເຂົ້າຮ່ວມງານວາງສະແດງຄັ້ງນີ້.

 

ງານວາງສະແດງອາວຸດຍຸດໂທປະກອນໂລກຄັ້ງປະຖົມມະລືກຂອງຊາອຸດິດອາຣັບບີໄດ້ມີວິສາຫະກິດ  600 ກວ່າແຫ່ງທີ່ມາຈາກ 45 ປະເທດແລະເຂດແຄວ້ນເຂົ້າຮ່ວມການວາງສະແດງ, ມີເຂດວາງສະແດງທັງໝົດ 15 ແຫ່ງ, ມີເນື້ອທີ່ການວາງສະແດງທັງໝົດເຖິງ 9 ແສນຕາແມັດ, ສຳລັບເນື້ອທີ່ການວາງສະແດງຂອງຈີນມີ 1917 ຕາເມັດ, ເຊິ່ງແມ່ນເຂດວາງສະແດງທີ່ມີຂະໜາດໃຫຍ່ທີ່ສຸດ. ງານວາງສະແດງຄັ້ງນີ້ໄດ້ສຸມໃສ່ອາວຸດຍຸດໂທປະກອນໃນ 5 ຂົງເຂດອຸດສາຫະກຳການທະຫານ, ເຊັ່ນ: ຂົງເຂດທະຫານທາງບົກ, ທະຫານເຮືອນ, ທະຫານອາກາດ, ທະຫານອະວະກາດແລະລະບົບປ້ອງກັນຄວາມປອດໄພ. ງານວາງສະແດງຈະດຳເນີນໄປເປັນເວລາ 4 ວັນ, ຈົນຮອດວັນທີ 9 ມີນານີ້.

ຄຳ​ເຫັນ

0