蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ໂຄ​ສະ​ນາອົບ​ຮົມ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ສະ​ຫະ​ພັນ​ແມ່​ຍິງ​ແຫ່ງ​ຊາດ​ຈີນ​ໄດ້ເຜີຍ​ແຜ່​​ວຽກ​ດີ​ຄົນ​ເດັ່ນ​ຂອງ​ແມ່​ຍິງ​ປະ​ຈຳ​ປີ 2022

2022-03-07 15:20:39 CRI

ຄະ​ນະ​ໂຄ​ສະ​ນາອົບ​ຮົມ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ສະ​ຫະ​ພັນ​ແມ່​ຍິງ​ແຫ່ງ​ຊາດ​ຈີນ​ໄດ້ເຜີຍ​ແຜ່​​ວຽກ​ດີ​ຄົນ​ເດັ່ນ​ຂອງ​ແມ່​ຍິງ​ປະ​ຈຳ​ປີ 2022_fororder_zuimei1

     ຂ່າວ​ສານ​ຊີ່ນ​ຮ​ວາ​ລາຍ​ງານ​ໃນ​ວັນ​ທີ 7 ມີ​ນານີ້​ວ່າ: ເພື່ອລົງ​ເລິກ​ໃນ​ການ​ຜັນ​ຂະ​ຫຍາຍແນ​ວ​ຄິດສີ​ຈິ້ນ​ຜິງວ່າ​ດ້ວຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ເພື່ອຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ໃນ​ຄຳ​ປາ​ໄສ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ແມ່​ຍິງ​ແລະ​ວຽກ​ງານ​ແມ່​ຍິງ ກໍ່​ຄື​ການ​ຊຸກ​ຍູ້​ໃຫ້ແມ່​ຍິງ​ອັນ​ໄພ​ສານ​ກ້າວ​ໄປ​ສູ່​ເສັ້​ນ​ທາງ​ໃໝ່​ຢ່າ​ງ​ອົງ​ອາດ​ກ້າ​ຫານ ແລະ​ສ້າງ​ຜົນ​ງານ​ທີ່​ດີ​ເດັ່ນ​ໃນ​ຍຸກ​ໃໝ່, ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ“8 ມີ​ນາ”ໃກ້​ຈະ​ໝູນ​ວຽນ​ມາ​ເຖິງນີ້, ຄະ​ນະ​ໂຄ​ສະ​ນາອົບ​ຮົມ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ສະ​ຫະ​ພັນ​ແມ່​ຍິງ​ແຫ່ງ​ຊາດ​ຈີນ​ໄດ້​ໂຄ​ສະ​ນາເຜີຍ​ແຜ່​ວຽກ​ດີ​ຄົນເດັ່ນ​ຂອງ​ຜູ້​ຍິງໃນ​ການ​ບຸກ​ບືນ​ສູ້​ຊົນ​ຢ່າງ​ດີ​ງາມ​ປະ​ຈຳ​ປີ 2022 ໃຫ້ທົ່ວ​ສັງ​ຄົມ​ຈີນໄດ້​ຮັບ​ຊາບ. ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຈາກຄະ​ນະ​ໂຄ​ສະ​ນາອົບ​ຮົມ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ແລະສະ​ຫະ​ພັນ​ແມ່​ຍິງ​ແຫ່ງ​ຊາດ​ຈີນໄດ້​ມອບ​ໃບ​ຍ້ອງ​ຍໍ​​“​ແມ່​ຍິງ​ທີ່​ບຸກ​ບືນ​ສູ້​ຊົນ​ຢ່າງງາມ​ທີ່​ສຸດ”ໃຫ້​ແກ່​ຜູ້​ຍິງ​ທີ່ດີ​ເດັ່ນ.

ຄຳ​ເຫັນ

0