何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ທ່ານ​ສີ​ຈິ້ນ​ຜິງ​ຈຶ່ງ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ກັບ​ຄະ​ນະ​ຜູ້​ແທນ​ເຂດ​ມົງ​ໂກ​ໃນ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ທົ່ວ​ປະ​ເທດ​​ຈີນ​ເປັນ​ປີ​ທີ 5 ​ລຽນ​ຕິດ?

2022-03-07 16:19:12 CRI

ເປັນ​ຫຍັງ​ທ່ານ​ສີ​ຈິ້ນ​ຜິງ​ຈຶ່ງ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ກັບ​ຄະ​ນະ​ຜູ້​ແທນ​ເຂດ​ມົງ​ໂກ​ໃນ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ທົ່ວ​ປະ​ເທດ​​ຈີນ​ເປັນ​ປີ​ທີ 5 ​ລຽນ​ຕິດ?_fororder_1128421695_1646497736828_title0h

ວັນ​ທີ 5 ມີ​ນາ​ປີ 2022, ຕອນ​ບ່າຍ​ມື້​ດຽວ​ກັນຫຼັງ​ພິ​ທີ​ເປີດກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13,ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​​ໄດ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາກັບ​ຄະ​ນະ​ຜູ້​ແທນ​​ເຂດ​ປົກ​ຄອງ​ຕົນ​ເອງມົງ​ໂກ​ໃນ. ​ສຳ​ລັບ​ປີ​ນີ້​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ​ເປັນ​ປີ​ທີ 5 ​ລຽນ​ຕິດ​​ແລ້ວໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຫຼື ເອີ້ນ​ແບບ​ສັ້ນໆ​ວ່າ ກອງ​ປະ​ຊຸມ​ສອງ​ສະ​ພາ.

ປີ 2018, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຖືກ​ເລືອກ​ຕັ້ງ​ໃຫ້​ເປັນ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ. ເປັນ​ຫຍັງ​ທ່ານ​ຈຶ່​ງ​ໄດ້​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ? ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຈຸດ​ປະ​ສົງ​​ກໍແມ່ນ​ເພື່ອ​ສະ​ແດງ​​ໃຫ້​ເຫັນ​ເຖິງຄວາມ​ເອົາ​ໃຈ​ໃສ່​ຂອງ​ສູນ​ກາງ​ພັກ​​ຄອມ​ມູ​ນິດ​ຈີນ​ທີ່​ມີ​ຕໍ່​ເຂດ​ຊາຍ​ແດນ ແລະ ເຂດ​ຊົນ​ເຜົ່າ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ສູນ​ກາງ​ພັກ​ທີ່​ເລັ່ງ​​ຊຸກ​ຍູ້​ການ​ພັດ​ທະ​ນາ​ເຂດ​ແຄວ້ນ​ທີ່​ດ້ອຍ​ພັດ​ທະ​ນາ ແລະ ການເອົາ​ຊະ​ນະ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ.

ໃນ​ເດືອນ​ສິງ​ຫາ​ປີ 2021, ໃນ​ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ເຜົ່າ​ຂັ້ນ​ສູນ​ກາງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ບັນ​ລະ​​ຍາຍ​ຢ່າງ​ເປັນ​ລະ​ບົບ​ແນວ​ຄິດ​ສຳ​ຄັນ​ກ່ຽວ​ກັບ​ການປັບ​ປຸງ ແລະ​ເພີ່ມ​ທະ​ວີວຽກ​ງານ​ຊົນ​ເຜົ່າ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ. ຈາກ​ນັ້ນ​ເຄິ່ງ​ປີ, ທ່ານ​ສີ​ຈິ້ນ​ຜິງ​ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສາ​ມັກ​ຄີ​ຂອງ​ຊົນ​ເຜົ່າ​ອີກ​ຄັ້ງ​ໜຶ່ງ​ໃນ​ເວ​ລາ​ພິ​ຈາ​ລ​ະ​ນາ​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ຊົນ​ເຜົ່າ. ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​​ໄດ້​ເນັ້ນ​ໜັກ​ວ່າ, ຕ້ອງ​ຖື​ເອົາ​ການ​ສ້າງ​ສະ​ຕິ​ປະ​ຊາ​ຄົມ​ປະ​ຊາ​ຊາດ​ຈີນ​ໃຫ້​​ໜັກແໜ້ນ​ນັ້ນ​ເປັນ​ຫຼັກ​ໃນ​ວຽກ​ງານ​ຊົນ​ເຜົ່າ​ຂອງ​ພັກ​ໃນ​ຍຸກ​ໃໝ່, ນີ້​ແມ່ນ​ການວາງ​ນະ​ໂຍ​ບາຍ​ທີ່​ສຳ​ຄັນ, ທັງ​ແມ່ນ​ຜົນ​ສະຫຼຸບ​ທີ່​ສຳ​ຄັນ. ໃນ​ເທື່ອ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຕື່ມ​ວ່າ, ຕ້ອງ​ເຮັດ​ວຽກ​​ທີ່​ເປັນຮູບ​ປະ​ທຳ​ທີ່​ສາ​ມາດ​ຈັບ​ບາຍ​ໄດ້, ກໍ​ຕ້ອງ​ເຮັດ​ວຽກ​ຈຳ​ນວນຫຼວງຫຼາຍ​ທີ່​ເຊື່ອມ​​ສານ​ຈິດ​ໃຈ​ແບບ​ງຽບໆ. ວຽກ​ງານ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ຊົນ​ເຜົ່າ ໃນ​ຄວາມ​ເປັນ​ຈິງ​ແລ້ວ ກໍ​ແມ່ນ​ວຽກ​ງານ​​ເຕົ້າ​ໂຮມ​ຄວາມສາ​ມັກ​ຄີ​ກັບ​ຄົນ. ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ເນັ້ນ​ມາຫຼາຍ​ເທື່ອ​ແລ້ວ​ວ່າ, ການ​ເຮັດ​ວຽກ​ງານ​ສາ​ມັກ​ຄີ​ຊົນ​ເຜົ່າ​ໃຫ້​ດີ, ສິ່ງສຳ​ຄັນ​ຂຶ້ນ​ຢູ່​ກັບ​​ຄວາມ​ຈິງ​ໃຈ. ​ຄວາມ​ສັດ​ທາ​ຂອງ​ປະ​ຊາ​ຊົນຄື​ການ​ເມືອງ​ໃຫຍ່​ທີ່​ສຸດ, ຂໍ​ແຕ່​ປະ​ຊາ​ຊົນ​ມີ​ຄວາມ​ສັດ​ທາ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ກໍ​ສາ​ມາດ​ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ແຮງ​ໃຫ້​ເປັນ​ກຳ​ແພງ​ເພັດທີ່​ແຂງ​ແກ່ນ​ໄດ້.

ປະ​ຫວັດ​ສາດ​ສັງ​ຄົມ​ມະ​ນຸດ​ທີ່​ມີ​ມາ​ຢ່າງ​ຍາວ​ນານ​ໄດ້​ຢັ້ງ​ຢືນວ່າ, ຢູ່​ປະ​ເທດ​ທີ່​ມີຫຼາຍ​ຊົນ​ເຜົ່າ, ຖ້າ​ມີ​ຄວາມ​ປອງດອງ ແລະ ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ຊົນ​ເຜົ່າ, ປະ​ເທດ​​ນັ້ນກໍ​ຈະ​ຈະ​ເລີນ​ຮຸ່ງ​ເຮືອງ ສັງ​ຄົມ​ກໍ​ຈະ​ມີ​ຄວາມ​ສະ​ຫງົບ, ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ; ກົງ​ກັນ​ຂ້າມ, ຖ້າ​ຊົນ​ເຜົ່າ​ບໍ່​ມີ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ປອງດອງ​ກັນ​ແລ້ວ, ປະ​ເທດ​ນັ້ນ​ກໍ​ຈະ​ຊຸດ​ໂຊມ​ລົງ, ສັງ​ຄົມ​ເກີດ​ມີ​ຄວາມ​ປັ່ນ​ປ່ວນ, ປະ​ຊາ​ຊົນ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ.

 

ຄຳ​ເຫັນ

0