尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ກ່າວ​ປະ​ນາມ​ເຫດ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ທີ່​ເກີດ​ຂຶ້ນ​ຢູ່​ປາ​ກິ​ສະ​ຖານ

2022-03-07 16:59:02 cri

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ກ່າວ​ປະ​ນາມ​ເຫດ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ທີ່​ເກີດ​ຂຶ້ນ​ຢູ່​ປາ​ກິ​ສະ​ຖານ_fororder_0477e6075bd24701a56baa04a1d26d87

      ວັນ​ທີ 6 ມີ​ນາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການກ່າວ​ປະ​ນາມ​ເຫດ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ທີ່​ເກີດ​ຂຶ້ນ​ຢູ່​ປາ​ກິ​ສະ​ຖານ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້.

      ຖະ​ແຫຼງ​ການ​ກ່າວ​ວ່າ: ລັດ​ທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ​ລ້ວນ​ແຕ່​ເປັນ​ໜຶ່ງ​ໃນ​ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​ມີຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງສາ​ກົນ,ປະ​ເທດ​ຕ່າງໆ​ຕ້ອງ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ສະ​ກັດ​ກັ້ນ​ໄພ​ຂົ່ມ​ຂູ່​ຈາກ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ທິ​ກໍ່​ການ​ຮ້າຍ​ທີ່​ມີ​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງໃນ​ສາ​ກົນ. ຕ້ອງ​ລົງ​ໂທດ​ຜູ້​ກະ​ທຳ​ຜິດ,ຜູ້​ບົງ​ການ,ຜູ້​ໃຫ້​ທຶນ​ແລະ​ຜູ້​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ລັດ​ທິ​ກໍ່​ການ​ຮ້າຍຕາມ​ກົດ​ໝາຍ.

      ຖະ​ແຫຼງ​ການ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​​ຕ່າງໆ​ຕັ້ງ​ໜ້າດຳ​ເນີນ​ການ​ຮ່ວມ​ມື​ກັນ​ກັບ​ລັດ​ຖະ​ບານ​ປາ​ກິ​ສະ​ຖານ​ແລະ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ອື່ນໆ​ໂດຍ​ອີງ​ຕາມ​ກົດ​ໝາຍ​ສາ​ກົນ​ແລະ​ພັນ​ທະ​ທີ່​ໄດ້ກຳ​ນົດ​ໄວ້​ໃນ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ຖະ​ແຫຼງ​ການ​ຍັງ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ທີ່​ສຸດ​ຕໍ່​ຄອບ​ຄົວ​ຜູ້​​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ການ​ດັ່ງ​ກ່າວ​​ກໍ່​ຄື​ລັດ​ຖະ​ບາ​ນ​ປາ​ກິ​ສະ​ຖານ.

ຄຳ​ເຫັນ

0