陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຕັ້້ງໜ້າສະໜັບສະໜູນແມ່ຍິງສ້າງຄຸນງາມຄວາມດີເພື່ອບັນລຸອຸດົມການແລະຄວາມໄຝ່ຝັນໃນຊີວິດ

2022-03-08 17:05:56 cri

ຈີນຕັ້້ງໜ້າສະໜັບສະໜູນແມ່ຍິງສ້າງຄຸນງາມຄວາມດີເພື່ອບັນລຸອຸດົມການແລະຄວາມໄຝ່ຝັນໃນຊີວິດ_fororder_1

ມື້ນີ້(ວັນທີ 8 ມີນາ)ແມ່ນວັນແມ່ຍິງສາກົນ.ກ່ອນໜ້ານີ້,ໃນໄລຍະ ຈັດກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນແລະສະພາຜູ້ ແທນປະຊາຊົນແຫ່ງຊາດຈີນຫຼືເອີ້ນສັ້ນໆວ່າ:ກອງປະຊຸມສອງສະພາ,ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງຄຳອວຍພອນໄຊອັນປະເສີດໄປຍັງແມ່ຍິງ ໃນວົງການຕ່າງໆທົ່ວປະເທດຈີນເນື່ອງໃນໂອກາດວັນບຸນດ່ັງກ່າວ.

ຈີນຕັ້້ງໜ້າສະໜັບສະໜູນແມ່ຍິງສ້າງຄຸນງາມຄວາມດີເພື່ອບັນລຸອຸດົມການແລະຄວາມໄຝ່ຝັນໃນຊີວິດ_fororder_2

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງ ພັກກອມມູນິດຈີນໄດ້ບັນຍາຍເຖິງຄວາມສຳຄັນຫຼາຍຄັ້ງກ່ຽວກັບແມ່ຍິງແລະວຽກ ງານແມ່ຍິງເຊິ່ງທ່ານໄດ້ຊີ້ໃຫ້ເຫັນທິດທາງກ້າວເດີນໄປຂ້າງໜ້າໃນການພັດທະນາວຽກງານແມ່ຍິງຂອງຈີນໃນຍຸກໃໝ່.ບໍ່ພຽງແຕ່ໄດ້ໃຫ້້ການຢືນຢັນໃນລະດັບສູງ ເຖິງບົດບາດສຳຄັນຂອງແມ່ຍິງໃນທົ່ວຂະບວນການພັດທະນາຂອງຈີນຄື"ແມ່ຍິງ ທັງຫຼາຍໃນປະເທດເຮົາໄດ້ຕັ້ງໜ້າເຂົ້າຮ່ວມພາລະກິດສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່,ດ້ວຍຄວາມອົງອາດກ້າຫານແລະດ້ວຍຄວາມພະຍາ ຍາມທີ່ບໍ່ນ້ອຍໄປກວ່າຊາຍ,ແມ່ຍິງໄດ້ເສີມຂະຫຍາຍບົດບາດສຳຄັນຂອງຕົນ.""ໂດຍສະເພາະແມ່ນໃນບັ້ນຮົບຕ່າງໆ ເປັນຕົ້ນແມ່ນບັ້ນຮັບໃນການສ້າງສັງຄົມ ທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ,ການເອົາຊະນະໃນບັ້ນລຶບລ້າງ ຄວາມທຸກຍາກ,ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ,ແມ່ຍິງທັງຫຼາຍບຸກບືນ ສູ້ຊົນດ້ວຍຄວາມທໍລະຫົດອົດທົນເຊິ່ງໄດ້ສະແດງ ໃຫ້ເຫັນເຖິງສະເໜຂອງຜູ້ຍິງຍຸກໃໝ່."ທັງໄດ້ຕີລາຄາສູງທີ່ສຸດເຖິງບົດບາດ ສຳຄັນຂອງຜູ້ຍິງໃນຂະບວນການພັດທະນາສັງຄົມມະນຸດຄື:ຜູ້ຍິງເປັນຜູ້ປະດິດ ສ້າງຄວາມສີວິໄລດ້ານວັດຖຸແລະຈິດໃຈ,ເປັນກຳລັງສຳຄັນໃນການຊຸກຍູ້ການ ພັດທະນາແລະການສະແຫວງຫາຄວາມກ້າວໜ້າທາງສັງຄົມ. ຖ້າບໍ່ມີແມ່ຍິງກໍ່ຈະບໍ່ມີມວນມະນຸດແລະກໍ່ບໍ່ມີສັງຄົມ.

ຈີນຕັ້້ງໜ້າສະໜັບສະໜູນແມ່ຍິງສ້າງຄຸນງາມຄວາມດີເພື່ອບັນລຸອຸດົມການແລະຄວາມໄຝ່ຝັນໃນຊີວິດ_fororder_3

ປັດຈຸບັນ,ການປົກປ້ອງສິດຜົນປະໂຫຍດພື້ນຖານຂອງແມ່ຍິງແມ່ນໜຶ່ງໃນ ເນື້ອໃນສຳຄັນຂອງແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14, ທັງ ແມ່ນເປົ້າໝາຍໃນວິໄສທັດຮອດປີ 2035 ຂອງຈີນ.ແລະກໍ່ແມ່ນເນື້ອໃນສຳຄັນ ປະການໜື່ງໃນການຍົກລະດັບຊີວິດການເປັນຢູ່ແລະການສ້າງຄວາມສຸກໃຫ້ກັບ ປະຊາຊົນ,ທັງແມ່ນການຍົກລະດັບການຮ່ວມກັນສ້າງ,ຮ່ວມກັນຄຸ້ມຄອງ ແລະ ຮ່ວມກັນຊົມໃຊ້.ໃນຂະບວນການທີ່ປະຊາຊົນຈີນສະແຫວງຫາຊີວິດການເປັນຢູ່ທີ່ດີງາມ,ແມ່ຍິງແຕ່ລະຄົນລ້ວນແຕ່ມີໂອກາດສ້າງຄວາມໂດເດັ່ນໃນຊີວິດແລະ ເຮັດໃຫ້ຄວາມໄຝ່ຝັນປາກົດຜົນເປັນຈິງ.ປະເທດຈີນຈະຈັດຕັ້ງຜັນຂະຫຍາຍ ນະໂຍບາຍພື້ນຖານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງຕັ້ງໜ້າ ກວ່າເກົ່າ,ສະໜັບສະໜູນແມ່ຍິງສ້າງຄຸນງາມຄວາມດີ ເພື່ອບັນລຸອຸດົມການ ແລະຄວາມໄຝ່ຝັນໃນຊີວິດ.ແມ່ຍິງຈີນກໍ່ຈະສາມາດຊຸກຍູ້ໃຫ້ຂະບວນການແມ່ຍິງ ໂລກມີການພັດທະນາຢ່າງບໍ່ຢຸດຢັ້ງໂດຍຜ່ານການພັດທະນາຂອງຕົນ,ເພື່ອ ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນພາລະກິດສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍຂອງໂລກ.

ຈີນຕັ້້ງໜ້າສະໜັບສະໜູນແມ່ຍິງສ້າງຄຸນງາມຄວາມດີເພື່ອບັນລຸອຸດົມການແລະຄວາມໄຝ່ຝັນໃນຊີວິດ_fororder_4

ທ່ານທ່ານປະທານສີຈິ້ນຜິງຍັງໄດ້ສະເໜີຢູ່ໃນເວທີສາກົນຫຼາຍເທື່ອແລ້ວວ່າ:“ຕ້ອງ ສ້າງໂລກທີ່ແມ່ຍິງປາສະຈາກການຖືກດູໝິ່ນແລະການມີສ່ວນຮ່ວມຂອງແມ່ຍິງໃນ ການພັດທະນາສັງຄົມ.”ເພື່ອບັນລຸເປົ້າໝາຍດັ່ງກ່າວຍັງມີໄລຍະທາງທີ່ຍາວນານ ສົມຄວນທີ່ຈະຕ້ອງຜ່ານ,ຍັງຕ້ອງສຸມຄວາມພະຍາຍາມໃຫ້ຫຼາຍກວ່າເກົ່າ.ຂໍໃຫ້ພວກເຮົາສືບຕໍ່ພະຍາຍາມຮ່ວມກັນ,ເລັ່ງຊຸກຍູຸ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃຫ້ປາກົດຜົນເປັນຈິງເພື່ອຊຸກຍູ້ການພັດທະນາວຽກງານແມ່ຍິງໂລກ.

ຈີນຕັ້້ງໜ້າສະໜັບສະໜູນແມ່ຍິງສ້າງຄຸນງາມຄວາມດີເພື່ອບັນລຸອຸດົມການແລະຄວາມໄຝ່ຝັນໃນຊີວິດ_fororder_5

 

 

ຄຳ​ເຫັນ

0