尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ ຫວາງ​ຢີ້ ກ່າ​ວ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ມີ​ແຕ່​ຈະ​ດີ​ຂຶ້ນກວ່າ​ນີ້​​ຕື່ມອີກ

2022-03-08 15:59:56 cri

ທ່ານ​ ຫວາງ​ຢີ້ ກ່າ​ວ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ມີ​ແຕ່​ຈະ​ດີ​ຂຶ້ນກວ່າ​ນີ້​​ຕື່ມອີກ_fororder_W020220308297088429392

      ວັນ​ທີ 7 ມີ​ນາ​ນີ້, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ຊຸດ​ທີ 13 ວ່າ: ຈີນ​ແລະ​ອາ​ຊຽນ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ທີ່​ສະ​ຫວ່າງ​ສະ​ໄຫວ​ໃນ​ຖາ​ນະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະ​ໜິດ​ສະ​ໜົມ​ແລະ​ມີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ສອງ​ຝ່າຍໄດ້​ສ້າງ​ແບບ​ຢ່າງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ມີ​​ພະ​ລັງຊີ​ວິດ​ແລະມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຢ່າງ​ຫຼວງ​ຫຼາຍ. ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ມີ​ແຕ່​ຈະ​ດີ​ຂຶ້ນກວ່າ​ນີ້​ຕື່ມອີກ. ທ່ານ ຫວາງ​ຢີ້ ກ່າວ​ເນັ້ນ​ໜັກ​ວ່າ: ຈີນ​ຈະ​ສື​ບ​ຕໍ່​ຖື​ເອົາອາ​ຊຽນ​ເປັນ​ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ,ປົກ​ປັກ​ຮັກ​ສາ​ຂອບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ຖື​ອາ​ຊຽນ​ເປັນ​ໃຈ​ກາງ, ປົກ​ປັກ​ຮັກ​ສາ​ຫຼັກ​ການ​ຂອງ​ອາ​ຊຽນ​​ທີ່ເປັນ​ເຂດ​ປອດ​ອາ​ວຸດ​ນິວ​ເຄ​ລຍ​,ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ,ສະ​ໜັບ​ສະ​ໜູນ​​ການ​ໄກ່​ເກ່ຍ​ບັນ​ຫາ​ເຄັ່ງ​ຮ້ອນ​ໃນ​ພາກ​ພື້ນ​ດ້ວຍ​ຮູບ​ແບບ​ອາ​ຊຽນ,ຄັດ​ຄ້ານ​ການ​ເປັນ​ປໍ​ລະ​ປັກ​ກັນ​ແລະ​ຕໍ່​ຕ້ານການ​ແບ່ງ​ແຍກ​ຢູ່​ພາກ​ພື້ນ​ແຫ່ງ​ນີ້.
ທ່ານ​ ຫວາງ​ຢີ້ ກ່າ​ວ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ມີ​ແຕ່​ຈະ​ດີ​ຂຶ້ນກວ່າ​ນີ້​​ຕື່ມອີກ_fororder_W020220308297088433810

ທ່ານ​ ຫວາງ​ຢີ້ ກ່າ​ວ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ມີ​ແຕ່​ຈະ​ດີ​ຂຶ້ນກວ່າ​ນີ້​​ຕື່ມອີກ_fororder_W020220308297088435438

ຄຳ​ເຫັນ

0