秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາວຈີນອອກແບບສັດນຳໂຊກ “ເສຢົງຢົງ”

2022-03-08 16:34:03 cri

ສາວຈີນອອກແບບສັດນຳໂຊກ “ເສຢົງຢົງ”_fororder_3b6568a12a9fa04a1ed5bc87d7a48ca

ຜູ້​ອອກ​ແບບ​ສັດ​ນຳ​ໂຊກ “ເສ​ຢົງ​ຢົງ”​ຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ ເປັນ​ຜູ້​ຍິງ​ຈີນ​ທີ່​ມີ​ອາ​ຍຸ 24 ປີ. ໃນ​ວັນ​ທີ 21 ກັນ​ຍາ ປີ 2018, ຄະ​ນະ​ກໍ​າ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ຈັດ​ການ​ໂຄ​ສະ​ນາກິດ​ຈະ​ກຳ “​ການ​ແຂ່ງ​ຂັນ​ອອກ​ແບບ​ສັດ​ນຳ​ໂຊກ​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ​ສັດ​ນຳ​ໂຊກ​ສຳ​ລັບ​ງານໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022” ຢູ່​​ວິ​ທະ​ຍາ​ໄລ​ວິ​ຈິດ​ສີນ​ຈີ​ລີນ ປະ​ເທດ​ຈີນ. ນາງ​ຈ່ຽງ​ຢູ​ຟານ, ຜູ້​ອອກ​ແບບສັດ​ນຳ​ໂຊກ “ເສ​ຢົງ​ຢົງ”, ຕອນ​ນັ້ນ​ເປັນ​ນັກ​ສຶກ​ສາ​ປີ​ 3 ທີ່​ຮຽນ​ວິ​ຊາ​ການ​ອອກ​ແບບ​ຢູ່​​ວິ​ທະ​ຍາ​ໄລ​ວິ​ຈິດ​ສີນຈີ​ລີນ.

ສາວຈີນອອກແບບສັດນຳໂຊກ “ເສຢົງຢົງ”_fororder_12b3a01cc2fc23d5834c6e3914545ae

ແນວ​ຄິດ​ການ​ອອກ​ແບບສັດ​ນຳ​ໂຊກ “ເສ​ຢົງ​ຢົງ” ແມ່ນ​ມາ​ຈາກ​ຄວາມ​ຊົງ​ຈຳ​ຂອງນາງ​ຈ່ຽງ​ຢູ​ຟານ​ກ່ຽວ​ກັບ​ການ​ສະຫຼອງ​ບຸນ​ກຸດ​ຈີນ. ບ້ານ​ເກີດ​ຂອງ​ນາງ ຈ່ຽງ​ຢູ​ຟານ ຕັ້ງ​ຢູ່​ເມືອງ​ເຈ່ຍ​ຢີ່ນ ນະ​ຄອນ​ຢີ່​ຊຸ່ນ ແຂວງ​ເຫຫຼົງ​ຈ່ຽງ ເຊິ່ງ​ເປັນ​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ​ທີ່​ເຂດ​ຊາຍ​ແດນ. ຕາມ​ຄວາມ​ຊົງ​ຈຳ​ຂອງ​ນາງຈ່ຽງ​ຢູ​ຟານ, ໃນ​ຍາມ​ນ້ອຍ, ເມື່ອ​ຮອດ​ມື້​ສົ່ງ​ທ້າຍ​ປີ​ເກົ່າ​​ຕ້ອນ​ຮັບ​ປີ​ໃໝ່​ບຸນ​ກຸດ​ຈີນ, ຢູ່​ຕາມ​ເຮືອນ​ຂອງ​ຊາວ​ບ້ານ​ໄດ້​ປະ​ດັບ​​ປະ​ດາ​ໄປດ້ວຍ​ໂຄມ​ໄຟ​ສີ​ແດງ​, ເມືອງ​ນ້ອຍ​ແຫ່ງ​ນີ້​ກໍເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ທີ່​ອົບ​ອຸ່ນ ແລະ​ຄືກ​ຄື້ນ​ມ່ວນ​ຊື່ນ.

ນອກ​ນີ້, ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ເດັກ​ນ້ອຍ​ມັກຫຼິ້ນ​ຫິ​ມະ ແລະ​ເອົາ​ຫິ​ມະດຶກ​ໃສ່​​ກັນ, ບາງ​ເທື່ອ​ຫິ​ມະ​ຕິດໜ້າ​ເຕັມ​ເລີຍ. ​ຢູ່​ຕາມ​ໃບ​ໜ້າ​ຂອງ​ສັດ​ນຳ​ໂຊກ “ເສ​ຢົງ​ຢົງ” ​ຈຶ່ງ​ມີ​ຫິ​ມະ​ສີ​ຂາວ​ຕິດ​ໜ້າ. ນາງ​ຈ່ຽງ​ຢູ​ຟານເ​ວົ້າ​ວ່າ: ໂຄມ​ໄຟ​ ແລະ​ການຫຼິ້ນ​ຫິ​ມະ ຕ່າງ​ກໍ​ເປັນ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ບຸນ​ກຸດ​ຈີນ​ທີ່​ດີ​ງາມ ແລ​ະ​ອົບ​ອຸ່ນ. ຜ່ານ​ການ​ອອກ​ແບບ​ສັດ​ນຳ​ໂຊກ “ເສ​ຢົງ​ຢົງ”, ຕົນ​ເອງ​ສາ​ມາດ​ມອບ​ວັດ​ທະ​ນະ​ທຳ ແລະ​​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຈີນ​ເຫຼົ່າ​ນີ້​ໃຫ້​ກັບ​ທົ່ວ​ໂລກ.

ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ, ທີມ​ງານ​ອອກ​ແບບສັດ​ນຳ​ໂຊກ “ເສ​ຢົງ​ຢົງ”​ຈຳ​ນວນ 16 ຄົນ ທີ່​ລວມ​ທັງ​ຈ່ຽງ​ຢູ​ຟານ​ນັ້ນ ໄດ້​ໃຊ້​ເວ​ລາ 300 ກວ່າ​ວັນ, ແຕ້ມ​ຮູບ​ສະ​ບັບ​ຮ່າງ 1 ໝື່ນກວ່າ​ຮູບ, ໃນ​ທີ່​ສຸດ​ຈຶ່ງ​ໄດ້​ສຳ​ເລັດ​ການ​ອອກ​ແບບ ສັດ​ນຳ​ໂຊກ “ເສ​ຢົງ​ຢົງ”.

ຄຳ​ເຫັນ

0