尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຊຳ​ບີ​ມອບ​ຫຼຽນ​ໄຊ​ໃຫ້ກັບ​ທີມ​ແພດ​ທະ​ຫານຊຸດ​ທີ 24 ຂອງ​ຈີນ​

2022-03-08 15:58:31 cri

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຊຳ​ບີ​ມອບ​ຫຼຽນ​ໄຊ​ໃຫ້ກັບ​ທີມ​ແພດ​ທະ​ຫານຊຸດ​ທີ 24 ຂອງ​ຈີນ​_fororder_微信图片_20220308155153

      ວັນ​ທີ 7 ມີ​ນາ​ນີ້, ​ຢູ່​ໂຮງ​ໝໍ​ທະ​ຫານໄມ​ນາ ໂຊ​ໂຄ ປະ​ເທດ​ຊຳ​ບີ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຊຳ​ບີ​ໄດ້​ຈັດ​ພິ​ທີ​ມອບ​ຫຼຽນ​ໄຊ​ໃຫ້​ທີມ​ແພດ​ຜູ້​ຊ່ຽວ​ຊານ​ການ​ທະ​ຫານ​ຊຸດ​ທີ 24 ຂອງ​ຈີນ​ທີ່​ໄປ​​ໃຫ້​ການຊ່ວຍ​ເຫຼື​ອ​ຊຳ​ບີ, ​ດ້ວຍ​ການມອບ “ຫຼຽນ​ໄຊ​​ຮ່ວມ​ມື​ມິດ​ຕະ​ພາບສາ​ກົນ” ໃຫ້​ກັບ​ສະ​ມາ​ຊິກ​ໃນ​ທີມ​​ແພດ​ດັ່ງ​ກ່າວ 11 ທ່ານ.

      ທ່ານ​ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ທະ​ຫານໄມ​ນາ ໂຊ​ໂຄ ກ່າວ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ໃນ​ໄລ​ຍະ​ເຮັດ​ວຽ​ກ​ຢູ່​ປະ​ເທດ​ຊຳ​ບີ, ທີມ​ແພດ​ດັ່ງ​ກ່າວບໍ່​ຢ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ພວມ​ເກີດ​ຂຶ້ນ​ຢ່າງ​ຂ້ຽວ​ຂາດ,ບໍ່​ຢ້ານ​​ການ​ປະ​ຕິ​ບັດ​ໜ້າ​ທີ່ວຽກ​ງານ​ທີ່​ໜັກ​ໜ່ວງ, ​ໄດ້​ຖື​ເອົາ​ສຸ​ຂະ​ພາບ​ຂອງ​ຄົນ​ເຈັບ​ເປັນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ເຊິ່ງໄດ້​ຮັບ​ການ​ຍ້ອງ​ຍໍ​​ຊົມ​ເຊີຍຢ່າງ​ສູງ​ຈາກ​ຄົນ​ເຈັບຈຳ​ນວນ​ຫຼວງ​ຫຼາຍ​ແລະ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ແພດ​ໝໍ​ທ້ອງ​ຖິ່ນ. ​ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ດັ່ງ​ກ່າວ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ກອງ​ທັບ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດ​ແກ່​ປະ​ເທດ​ຊຳ​ບີ​ຢ່າງ​ຕໍ່​ເນື່ອງ.

ຄຳ​ເຫັນ

0