徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການປ້ອງກັນພະຍາດໂດຍລວມສຳລັບງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງມີປະສິດທິຜົນດີ

2022-03-09 15:36:25 cri

ການປ້ອງກັນພະຍາດໂດຍລວມສຳລັບງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງມີປະສິດທິຜົນດີ_fororder_图片1

ຕາມຂ່າວCRI: ໃນເວລາທີ່ວາລະແຂ່ງຂັນຂອງງານກິລາໂອລິມປິກລະດູໜາວຄົນພິການລະດູໜາວປັກກິ່ງດຳເນີນມາຮອດເກືອບເຄິ່ງທາງແລ້ວ, ທ່ານຮວາງຊູນ, ຮອງຫົວໜ້າຫ້ອງການປ້ອງກັນແລະຄວບຄຸມສະພາບພະຍາດຂອງຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ແຈ້ງໃຫ້ຮູ້ກ່ຽວກັບສະພາບການປ້ອງກັນໃນງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງແບບວົງປິດຕໍ່ກອງປະຊຸມ.

 

ທ່ານຮວາງຊູ່ນກ່າວວ່າ, ນັບມາຮອດປັດຈຸບັນນີ້, ວຽກງານປ້ອງກັນແລະຄວບຄຸມພະຍາດໃນງານໂອລິມປິກຄົນພິການລະດູໜາວແບບວົງປິດເປັນໜ້າຍ້ອງຍໍຊົມເຊີຍຫຼາຍ, ນັບແຕ່ງານດັ່ງກ່າວໄດ້ເປີດເປັນຕົ້ນມາ, ລວມມີຜູ້ເປັນພະຍາດ 23 ກໍລະນີ, ໃນນັ້ນ, ຄົນທີ່ຖືກກວດພົບຢູ່ດ່ານກວດກາຄົນເຂົ້າເມືອງຢູ່ສະໜາມບິນກວມ 80%,​ຈຳນວນກໍລະນີຕິດພະຍາດໃນວົງປິດຕ້ອງຮັບປະກັນໃຫ້ເປັນສູນກໍລະນີ. ວຽກງານການປ້ອງກັນເຮັດໄດ້ດີຫຼາຍ, ເຊິ່ງໄດ້ຮັບການຮ່ວມມືເປັນຢ່າງດີຈາກຜູ້ເຂົ້າຮ່ວມການແຂ່ງຂັນກິລາທີ່ໄດ້ເອົາໃຈໃສ່ປະຕິບັດຕາມມາດຕະການການປ້ອງກັນພະຍາດແບບວົງປິດຕາມຫຼັກວິທະຍາສາດ.

ຄຳ​ເຫັນ

0