尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ການ​ເຄື່ອນ​ໄຫວກ່ຽວ​ກັບ​ຊີ​ວະ​ພາບ​ທາງ​ການ​ທະ​ຫານຂອງ​ອາ​ເມ​ຣິ​ກາ​ຢູ່​ອູ​ແກ​ຣນ​ຕ້ອງ​ໄດ້​ຮັບ​ການ​​ກວດ​ສອບ​ຈາກ​ຫຼາຍ​ຝ່າຍ

2022-03-09 17:15:07 cri

ຈີນ​ກ່າວ​ວ່າ: ການ​ເຄື່ອນ​ໄຫວກ່ຽວ​ກັບ​ຊີ​ວະ​ພາບ​ທາງ​ການ​ທະ​ຫານຂອງ​ອາ​ເມ​ຣິ​ກາ​ຢູ່​ອູ​ແກ​ຣນ​ຕ້ອງ​ໄດ້​ຮັບ​ການ​​ກວດ​ສອບ​ຈາກ​ຫຼາຍ​ຝ່າຍ_fororder_7e3e6709c93d70cff0f922f4c0962e09bba12b98

       ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມີ​ນາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຫ້ອງ​ລົດ​ລອງ​​ຊີ​ວະ​ພາບຂອງ​ອາ​ເມ​ຣິ​ກາ​ຢູ່​ອູ​ແກ​ຣນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ຊາວ​ໂລກ,ຕາມ​ຂ່າວ​ແຈ້ງວ່າ: ສະ​ຖານ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ອູ​ແກ​ຣນ​ໄດ້​ລຶບ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ກັບ​ຫ້ອງ​ທົດ​ລອງ​ຖິ້ມ​ຢ່າ​ງ​ຮີບ​ດ່ວນ. ທ່ານ ຈ້າວ​ລີ້​ຈ່ຽນ​ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ອ້າງ​ຕາ​ມ​ການ​ລາຍ​ງານ​ຂ່າວ​ວ່າ: ຢູ່​ໃນ​ຫ້ອງ​ທົດ​ລອງເຫຼົ່າ​ນີ້ໄດ້​ເກັບ​ຮັກ​ສາເຊື້ອ​ພະ​ຍາດ​ທີ່​ອັນ​ຕະ​ລາຍ​ຈຳ​ນວນ​ຫຼວງ​ຫຼາຍ. ຣັດ​ເຊຍ​ຍັງ​ໄດ້​ພົບ​ເຫັນ​ໃນ​ໄລ​ຍະ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວການ​ທະ​ຫານ​ວ່າ: ອາ​ເມ​ຣິ​ກາ​ໄດ້​ນຳ​ໃຊ້ໂຄງ​ລ່າງ​ເຫຼົ່າ​ນີ້​ດຳ​ເນີນ​ແຜນ​ການ​​ຊີ​ວະ​ພາບ​ທາງການ​ທະ​ຫານ.

      ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ວ່າ: “ອີງ​ຕາມ​ຕົວ​ເລກ​ຂໍ້​ມູນ​ທີ່​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ເອງ,ອາ​ເມ​ຣິ​ກາ​ໄດ້​ສ້າງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 26 ແຫ່ງ​ຢູ່​ອູ​ແກ​ຣນ. ໃນ​ນັ້ນກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ມີ​ສິດ​ຄວບ​ຄຸມ​ແບບ​ເດັດ​ຂາດ​,ເຊື້ອ​ພະ​ຍາດ​ທີ່​ອັນ​ຕະ​ລາຍ​ທັງ​ໝົດ​ຢູ່​ອູ​ແກ​ຣນ​ຕ້ອງ​ເກັບ​ຮັກ​ສາ​ຢູ່ໃນ​ຫ້ອງ​ທົດ​ລອງ​ເຫຼົ່າ​ນີ້,​ແລະການ​ເຄື່ອນ​ໄຫວ​ຄົ້ນ​ຄວ້າ​ທັງ​ໝົດ​ລ້ວນ​ແຕ່​ແມ່ນ​ອາ​ເມ​ຣິ​ກາ​ເປັນ​ແກນ​ນຳ,ຖ້າ​ບໍ່​ໄດ້​ຮັບ​ການອະ​ນຸ​ຍາດ​ຈາກ​ອາ​ເມ​ຣິ​ກາ,​ຂໍ້​ມູນ​ໃດໆ​ກໍ່​ບໍ່​ສາ​ມາດ​ເປີດ​ເຜີຍຕໍ່​ພາຍນອກ​ໄດ້.” ທ່ານ ຈ້າວ​ລີ້​ຈ່ຽນ ຊີ້​ໃຫ້​ເຫັນ​ວ່າ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ຄວບ​ຄຸມ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 336 ແຫ່ງ​ຢູ່ 30 ປະ​ເທດ​ໃນ​ໂລກ​ດ້ວຍ​ຂໍ້​ອ້າງ “ການ​ຮ່ວມ​ມື​ເພື່ອ​ຫຼຸດ​ຜ່ອນຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ​ຈາກ​ຊີ​ວະ​ພາບ,​ເພື່ອເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ”ແລະ​ອື່ນໆ.

      ທ່ານ​ ຈ້າວ​ລີ້​ຈ່ຽນ ກ່າ​ວ​ວ່າ: ​ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ອາ​ເມ​ຣິ​ກາ​ແມ່ນ​ຫຍັງ?ເຂົາໄດ້​ເຮັດ​ຫຍັງ​ເປັນ​ພິ​ເສດ​ແດ່? ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ສົງ​ໄສ​ມາ​ແຕ່​ດົນ​ແລ້ວ,ແຕ່​ອາ​ເມ​ຣິ​ກາ​ບໍ່​ເອົາ​ຫົວ​ຊາ​ນຳ​ເລື່ອງ​ນີ້​ມາ​ໂດຍ​ຕະ​ຫຼອດ, ​ຍິ່ງກວ່າ​ນັ້ນ​ຍັງ​ໄດ້​ເວົ້າ​ວ່າ​ຄຳ​ລະ​ແວງ​ສົງ​ໄສ​ຈາກ​ປະ​ຊາ​ຄົມ​ໂລກ​ເປັນ​ “ການ​ປ່າວ​ຂ່າວ​ປອມ”. ນອກ​ຈາກ​ນີ້, ໃນ 20 ປີ​ຜ່ານ​ມາ, ອາ​ເມ​ຣິ​ກາ​ໄດ້​ສະ​ກັດ​ກັ້ນ​ການ​ສ້າງ​ກົນ​ໄກ​​ກວດ​ສອບ​ຕາມ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ຊີ​ວະ​ພາບ​ມາ​ໂດຍ​ຕະ​ຫຼອດ,ປະ​ຕິ​ເສດ​ການ​ກວດ​ສອບ​ໂຄງ​ລ່າງ​ຊີ​ວະ​ພາບ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຕົນ ເຊິ່ງ​ນີ້​ໄດ້​ເຮັດ​ໃຫ້ປະ​ຊາ​ຄົມ​ໂລກມີ​ຄວາມ​ກັງ​ວົນ​ຂຶ້ນ​ຕື່ມ. ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ອາ​ເມ​ຣິ​ກາ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ກ່ຽວ​ກັບ​ຊີ​ວະ​ພາບ​ທາງ​ການ​ທະ​ຫານ​ຂອງ​ອາ​ເມ​ຣິ​ກາ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ,ພ້ອມ​ທັງ​​ອະ​ນຸ​ຍາດ​ໃຫ້​ຫຼາຍ​ຝ່າຍ​ເຂົ້າ​ໄປ​ກວດ​ສອບ.

ຄຳ​ເຫັນ

0