尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ບັງ​ຄັບ​ໃຊ້​ກົດໝາຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຢູ່​ອາ​ເມ​ຣິ​ກາ​ໄດ້​ເຮັດ​ໃຫ້ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຂອງ​ຄົນ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

2022-03-09 17:19:44 cri

ການ​ບັງ​ຄັບ​ໃຊ້​ກົດໝາຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຢູ່​ອາ​ເມ​ຣິ​ກາ​ໄດ້​ເຮັດ​ໃຫ້ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຂອງ​ຄົນ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ_fororder_src=http___images.shobserver.com_news_690_390_2022_3_9_bbe081bdb4d2444fa3b2c852ff16f8a3.jpeg&refer=http___images.shobserver

      ວັນ​ທີ 8 ມີ​ນາ​ນີ້, ທ່ານ ມີ​ຊີ​ລີ ບາ​ຊີ​ເລັດ ຜູ້​ຊ່ຽວ​ຊານ​ລະ​ດັບ​ສູງ​ດ້ານ​ວຽກ​ງານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ພະ​ນັກ​ງານ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ອາ​ເມ​ຣິ​ກາ​​ໄດ້​ບັງ​ຄັບ​ໃຊ້​ກົດ​ໝາຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​​ຈຶ່ງ​ເປັນ​ສາ​ເຫດ​ທີ່ເຮັດ​ໃຫ້​​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຂອງ​ຄົນ​ເຊື້ອ​ສາຍ​ອາ​ຟ​ຣິ​​ກາ​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຄວນ​ໃຊ້​ມາດ​ຕະ​ການ​ທີ່​ເປັນ​ທຳເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ສືບ​ສວນ-ສອບ​ສວນ​ເຫດ​ການ​ທີ່​ຄ້າຍ​ຄື​ກັນ​ແບບ​ນີ້​​ຕ້ອງ​ຖືກລົງ​ໂທດ​ຄື​ກັບ​ຜູ້​ກະ​ທຳ​ຜິດ​​ກົດ​ໝາຍ.

      ທ່ານ ມີ​ຊີ​ລີ ບາ​ຊີ​ເລັດ ກ່າວ​ວ່າ: ຕາມ​ສະ​ຖິ​ຕິ, ໃນ​ປີ 2021 ​ມີ​ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ 266 ຄົນ​ຖືກ​ຕຳ​ຫຼວດ​ສັງ​ຫານ,ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ຍ້ອນການ​ໃຊ້​ກຳ​ລັງ​ຮຸນ​ແຮງ​​ຂອງ​ຕຳ​ຫຼວດ​ມີ​ເກືອບ 3 ເທົ່າ​ຂອງ​ຊາວ​ອາ​ເມ​ຣິ​ກາ​ຜິວ​ຂາວ.

ຄຳ​ເຫັນ

0