蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 2

2022-03-09 13:52:01 CRI

ຄະ​ນະ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 2_fororder_wucihuiyi

     ຕອນ​ບ່າຍ​ວັນ​ທີ 8 ມີ​ນານີ້, ຄະ​ນະ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ຜ່ານ​ການ​ລົງ​ຄະ​ແນນ​ສຽງ, ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ຍື່ນ​ຫຼາຍ​ເອ​ກະ​ສານ​ໃຫ້​ສະ​ມາ​ຊິກ​ສະ​ພາ​ພິ​ຈາ​ລະ​ນາ​ເຊັ່ນ: ​ຮ່າງ​ຍັດ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານຂອງລັດ​ຖະ​ບານ, ບົດ​ລາຍ​ງານກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2021 ແລະ​ຮ່າງ​ແຜນ​ການ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2022, ບົດ​ລາຍ​ງານກ່ຽວ​ກັບ​ງົບ​ປະ​ມານຂອງ​ລັດ​ຖະ​ບານຈີນ ແລະຮ່າງ​ຍັດ​ຕິ​ກ່ຽວ​ກັບ​ການ​ດັດ​ແກ້​ກົດ​ໝາຍວ່າ​ດ້ວຍ​ການ​ຈັດ​ຕັ້ງຂອງ​ສະ​ພາ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ທຸກ​ຂັ້ນ ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ.

     ທ່​ານ​ລີ້​ຈ້ານ​ຊູ່ ປະ​ທານຜູ້ປະ​ຈຳ​ການ​ຂອງ​ຄະ​ນະ​ປະ​ທານໄດ້​ເປັນ​ປະ​ທານກອ​ງ​ປະ​ຊຸມເທື່ອນີ້.

ຜ່ານ​ການ​ລົງ​ຄະ​ແນນ​ສຽງ, ທີ່​ປະ​ຊຸມ​ໄດ້​ຮັບ​ຮອງ​ບົດ​ລາຍ​ງານ​ຜົນ​ການກວດ​ກາ​ສອງ​ສະ​ບັບ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ການ​ເງິນ​ແລະ​ເສດ​ຖະ​ກິດຂອງສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ.​

 

ຄຳ​ເຫັນ

0