徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂ້າຫຼວງໃຫຍ່ດ້ານສິດທິມະນຸດອົງການສະຫະປະຊາຊາດຈະເດີນທາງມາຢ້ຽມຢາມປະເທດຈີນໃນເດືອນພຶດສະພາໜ້ານີ້

2022-03-10 11:41:12 cri

图片默认标题_fororder_WechatIMG293

 

ຕາມຂ່າວCRI: ວັນທີ 9 ມີນານີ້, ໃນກອງປະຊຸມຖະແຫຼງຂ່າວປະຈຳ,​ ທ່ານຈ້າວລີ້ຈ່ຽນ,​ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢືນຢັນເລື່ອງທີ່ທ່ານນາງ ມີເຊວ ບາເຊເລດ, ຂ້າຫຼວງໃຫຍ່ດ້ານດທິມະນຸດອົງການສະຫະປະຊາຊາດຈະເດີນທາງມາຢ້ຽມຢາມຈີນໃນເດືອນພຶດສະພາໜ້ານີ້.

 

ທ່ານຈ້າວລີ້ຈ່ຽນກ່າວວ່າ, ຈີນຍິນດີຕ້ອນຮັບທ່ານນາງມີເຊວ ບາເຊດເລທີ່ຈະເດີນທາງມາຢ້ຽມຢາມປະເທດຈີນແລະຢ້ຽມຢາມເຂດປົກຄອງຕົນເອງອຸຍເກີຊິນຈ່ຽງ, ສອງຝ່າຍກຳລັງປຶກສາຫາລືກັນກ່ຽວກັບແຜນການລະອຽດ. ຈີນຈະອຳນວຍຄວາມສະດວກໃຫ້ແກ່ກາຍເດີນທາງມາຢ້ຽມຢາມປະເທດຈີນຂອງທ່ານນາງມີເຊວ ບາເຊເລດ. ທ່ານກ່າວເນັ້ນໃນເວລາດຽວກັນວ່າ: ການເດີນທາງຢ້ຽມຢາມຄັ້ງນີ້ມີເປົ້າໝາຍເພື່ອຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງສອງຝ່າຍ. ຈີນຄັດຄ້ານທີ່ບາງປະເທດນຳໃຊ້ເລື່ອງນີ້ໃຊ້ເລ່ຫຼ່ຽມທາງການເມືອງມາໂດຍຕະຫຼອດ.

 

ຄຳ​ເຫັນ

0