徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີສື່ມວນຊົນຕ່າງປະເທດກ່າວຫາ: “ຈີນເລືອກເຟັ້ນຄົນພິການ” ກະຊວງການຕ່າງປະເທດຈີນເຫັນວ່າ: ນີ້ແມ່ນກົນອຸບາຍການໃສ່ຮ້າຍປາຍສີຈີນບໍ່ໂດຍບໍ່ມີໃຜຍອມຮັບ

2022-03-10 11:42:08 cri

ມີສື່ມວນຊົນຕ່າງປະເທດກ່າວຫາ: “ຈີນເລືອກເຟັ້ນຄົນພິການ” ກະຊວງການຕ່າງປະເທດຈີນເຫັນວ່າ: ນີ້ແມ່ນກົນອຸບາຍການໃສ່ຮ້າຍປາຍສີຈີນບໍ່ໂດຍບໍ່ມີໃຜຍອມຮັບ_fororder_WechatIMG291

 

ຕາມຂ່າວCRI: ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ຈັດຂຶ້ນຢ່າງຟົດຟື້ນ. ມີບາງສື່ມວນຊົນກ່າວວ່າຈີນໄດ້ເລືອກເຟັ້ນຄົນພິການ. ກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 9 ມີນານີ້ວ່າ, ການລາຍງານດ້ານລົບທີ່ກ່ຽວຂ້ອງມີເຈດຕະນາໃສ່ຮ້າຍປາຍສີຈີນ, ບໍ່ໄດ້ເຄົາລົບກິລາຄົນພິການ, ບໍ່ເຄົາລົບຕໍ່ນັກກິລາຄົນພິການຈີນ, ກົນອຸບາຍແບບນີ້ຈະບໍ່ມີໃຜຍອມຮັບ.

 

ທ່ານຈ້າວລີ້ຈ່ຽນກ່າວວ່າ, “ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງບໍ່ວ່າດ້ານການຈັດການແຂ່ງຂັນ, ການບໍລິການໃນສະໜາມກິລາຫຼືວ່າໃນດ້ານການເອົາໃຈໃສ່ຮັກແພງຄົນພິການ, ລ້ວນແຕ່ໄດ້ຮັບການຕີລາຄາຢ່າງສູງຈາກນັກກິລາປະເທດຕ່າງໆ, ຄະນະກຳມະການໂອລິມປິກຄົນພິການສາກົນແລະປະຊາຄົມໂລກ, ງານກິລາຄັ້ງນີ້ໄດ້ສົ່ງຄວາມໝັ້ນໃຈ, ຄວາມຮັກແພງແລະຄວາມຫວັງໃຫ້ແກ່ທົ່ວໂລກ. ຂໍໃຫ້ພວກເຮົາສືບຕໍ່ສຸມໃສ່ກິລາຢ່າງຕັ້ງໜ້າ,  ແລະເຊຍແລະໃຫ້ກຳລັງນັກກິລາໃນງານກິລາໂອລິມປິກຄົນພິການລະດູໜາວທີ່ໄດ້ບຸກບືນສູ້ຊົນຢ່າງບໍ່ລົດລະ.”

ຄຳ​ເຫັນ

0