覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເຫັນວ່າ ອາເມຣິກາເຜີຍແຜ່ຂໍ້ມູນຂ່າວສານ ປອມກ່ຽວກັບຈີນໃນບັນຫາອູແກຼນນັ້ນແມ່ນມີເຈດຕະນາຊົ່ວຮ້າຍ

2022-03-10 11:56:45 cri

ຈີນເຫັນວ່າ ອາເມຣິກາເຜີຍແຜ່ຂໍ້ມູນຂ່າວສານ ປອມກ່ຽວກັບຈີນໃນບັນຫາອູແກຼນນັ້ນແມ່ນມີເຈດຕະນາຊົ່ວຮ້າຍ_fororder_3月9外交部
 

ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງ ປະຊຸມຖະແຫຼງຂ່າວໃນວັນທີ 9 ມີນານີ້ວ່າ: ໃນບັນຫາອູແກຼນ, ລັດຖະບານ ອາເມຣິກາໄດ້ເຜີຍແຜ່ຂໍ້ມູນຂ່າວສານປອມທີ່ແນໃສ່ປະເທດຈີນຢ່າງຕໍ່ເນື່ອງ, ມີເຈດຕະນາຢາກຫັນເຫຄວາມຂັດແຍ້ງພາຍໃນອາເມຣິກາ, ປຸກປັ່ນການເປັນປໍລະປັກກັນ, ສວຍ ໂອກາດເພື່ອຫາຜົນປະໂຫຍດ, ເຊິ່ງແມ່ນເຄື່ອງມືທີ່ອັບປີ ແລະມີເຈດຕະ ນາຊົ່ວຮ້າຍແທ້ໆ.
 

   ຕາມຂ່າວແຈ້ງວ່າ:  ເມື່ອບໍ່ດົນມານີ້, ໜັງສືພິມນີວຢອກທາມສໄດ້ລົງ ພິມບົດຄວາມສອງບົດກ່ຽວກັບປະເທດຈີນວ່າໄດ້ຮູ້ລ່ວງໜ້າແລ້ວກ່ຽວກັບເລື່ອງທີ່ຣັດເຊຍຈະປະຕິບັດການທາງການທະຫານຢູ່ອູແກຼນ, ບົດຄວາມເຫຼົ່ານີ້ເຊິ່ງແມ່ນເຈົ້າໜ້າທີ່ຂັ້ນສູງຂອງຄະນະ ກຳມະການຮັກສາຄວາມໝັ້ນຄົງແຫ່ງຊາດອາເມຣິກາເປັນຜູ້ບົ່ງການຢູ່ເບື້ອງຫຼັງ.
 

 ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານຈ້າວລີ້ຈ່ຽນກ່າວ ຢືນຢັນວ່າ:  “ບັນຫາອູແກຼນຜັນແປໄປຈົນເຖິງທຸກມື້ນີ້, ກໍເປັນຍ້ອນການກະທຳ ຂອງອົງການນາໂຕທີ່ນຳພາໂດຍອາເມຣິກາ, ທີ່ພາໃຫ້ຄວາມຂັດແຍ້ງລະ ຫວ່າງຣັດເຊຍກັບອູແກຼນໄປເຖິງຈຸດອັນຕະລາຍເທື່ອລະກ້າວ. ອາເມຣິກາບໍ່ຫົວຊານຳ ຄວາມຮັບຜິດຊອບຂອງຕົນ, ກົງກັນຂ້າມພັດຕຳໜິຫຼັກໝັ້ນຂອງຈີນກ່ຽວກັບບັນ ຫາອູແກຼນ, ເພື່ອຊອກຫາຊ່ອງທາງປະຕິບັດກົນອຸບາຍເພື່ອກົດດັນສອງປະເທດຈີນແລະຣັດເຊຍພ້ອມກັນ, ເພື່ອບັນລຸຈຸດປະສົງໃນການຮັກສາຄວາມເປັນເຈົ້າອຳນາດຂອງອາເມຣິກາເອງ.”

 

ຄຳ​ເຫັນ

0