覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກກິລາຈີນຊີງໄດ້ຫຼຽນຄຳອີກສອງຫຼຽນໃນການແຂ່ງຂັນກິລາໂອລິມປິກຄົນພິການລະດູໜາວປັກກິ່ງ

2022-03-10 11:36:15 cri

ນັກກິລາຈີນຊີງໄດ້ຫຼຽນຄຳອີກສອງຫຼຽນໃນການແຂ່ງຂັນກິລາໂອລິມປິກຄົນພິການລະດູໜາວປັກກິ່ງ_fororder_郑鹏
 

ທ້າວເຈີ້ງເຜິງຊົມເຊີຍໃນການຊີງໄດ້ຫຼຽນຄຳໃນວັນທີ 9 ມີນານີ້

  

 ວັນທີ 9 ມີນານີ້, ການແຂ່ງຂັນກິລາໂອ ລິມປິກຄົນພິການລະດູໜາວປັກກິ່ງ 2022ໄດ້ເຂົ້າສວັນທີ 5 ແລ້ວ.  ໃນການແຂ່ງຂັນສະກີຂ້າມທົ່ງ, ທ້າວເຈີ້ງເຜິງ ນັກກິລາຈີນ ຊີງໄດ້ຫຼຽນຄຳໃນປະເພດສະກີທ່ານັ່ງໄລຍະສັ້ນເພດຊາຍ, ແລະນາງຢາງຫົງສົງ ນັກກິລາຈີນອີກຄົນໜຶ່ງກໍ່ຊີງໄດ້ຫຼຽນຄຳເພດຍິງໃນປະເພດດຽວກັນນີ້, ເຊິ່ງເຮັດໃຫ້ຄະນະນັກກິລາຈີນ ສາມາດສືບຕໍ່ຄອງອັນດັບໜຶ່ງໃນຕາຕະລາງຫຼຽນຄຳແລະຕາຕະລາງຫຼຽນຂອງງານກິລາໂອລິມປິກຄົນພິການຄັ້ງນີ້ດ້ວຍ 10ຫຼຽນຄຳ 9ຫຼຽນເງິນແລະ 12ຫຼຽນ ທອງ.
 

ນັກກິລາຈີນຊີງໄດ້ຫຼຽນຄຳອີກສອງຫຼຽນໃນການແຂ່ງຂັນກິລາໂອລິມປິກຄົນພິການລະດູໜາວປັກກິ່ງ_fororder_杨洪琼


ນາງຢາງຫົງສົງໃນການແຂ່ງຂັນໃນວັນທີ 9 ມີນານີ້

 

ໃນການແຂ່ງຂັນຮອກກີເທິງນ້ຳກ້ອນໃນງານກິລາໂອລິມປິກຄົນພິການ, ທີມຊາດຈີນ ໄດ້ເອົາຊະນະທີມຊາດປະເທດເຊັກ ເຊິ່ງເປັນຄູ່ແຂ່ງໄດ້ອີກຄັ້ງໜຶ່ງດ້ວຍຄະແນນ 4 ຕໍ່3, ສາມາດຜ່ານເຂົ້າຮອບ4ທີມສຸດທ້າຍເຊິ່ງຈະຈັດການແຂ່ງຂັນໃນວັນທີ 11 ມີນານີ້.

ຄຳ​ເຫັນ

0