覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເດັດດ່ຽວຄັດຄ້ານການລົງໂທດແຕ່ຝ່າຍດຽວທີ່ບໍ່ມີຫຼັກອ້າງອີງທາງກົດໝາຍສາກົນ

2022-03-10 12:04:31 cri

ຈີນເດັດດ່ຽວຄັດຄ້ານການລົງໂທດແຕ່ຝ່າຍດຽວທີ່ບໍ່ມີຫຼັກອ້າງອີງທາງກົດໝາຍສາກົນ_fororder_3月9外交部
 

   ໂດຍແນໃສ່ກໍລະນີທີ່ອາເມຣິກາແລະສະຫະພາບເອີຣົບປະຕິບັດມາດຕະການ ລົງໂທດດ້ານພະລັງງານຕໍ່ຣັດເຊຍ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງ ປະເທດຈີນໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 9 ມີນານີ້ວ່າ: ຈີນເດັດດ່ຽວຄັດຄ້ານການລົງໂທດແຕ່ຝ່າຍດຽວທີ່ບໍ່ມີຫຼັກອ້າງອີງທາງກົດໝາຍສາກົນ, ຈີນແລະຣັດເຊຍຈະປະຕິບັດຕາມຫຼັກການເຄົາລົບເຊິ່ງກັນແລະກັນ, ສະເໝີ ພາບກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອສືບຕໍ່ດຳເນີນການຮ່ວມມືດ້ານ ການຄ້າຢ່າງເປັນປົກກະຕິເຊິ່ງລວມທັງການຄ້ານ້ຳມັນເຊື້ອໄຟ ແລະອາຍ ແກັສທຳມະຊາດ.
 

   ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ:  ການໃຊ້ບາດຄ້ອນໃຫຍ່ລົງໂທດຕາມລຳພັງໃຈ ແມ່ນບໍ່ສາມາດແລກເອົາສັນຕິພາບແລະຄວາມໝັ້ນຄົງມາໄດ້, ມີພຽງແຕ່ຈະສ້າງຄວາມຫຍຸ້ງຍາກອັນໜັກໜ່ວງໃຫ້ແກ່ເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນປະເທດທີ່ກ່ຽວຂ້ອງ, ເປັນການສ້າງສະພາບການທີ່ເຮັດໃຫ້ສອງຝ່າຍຫຼືຫຼາຍຝ່າຍເສຍຜົນປະ ໂຫຍດພ້ອມກັນ ແລະເຮັດໃຫ້ຄວາມແຕກແຍກແລະການເປັນປໍລະປັກກັນ ຮຸນແຮງຂຶ້ນຕື່ມ. 

 

ຄຳ​ເຫັນ

0