徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຈີນກ່າວວ່າ: ເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນແມ່ນ 5,5%

2022-03-11 15:55:09 cri

ນາຍົກຈີນກ່າວວ່າ: ເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນແມ່ນ 5,5%_fororder_WechatIMG298

 

ຕາມຂ່າວCRI: ໃນຕອນເຊົ້າຂອງວັນທີ 11 ມີນານີ້, ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນໄດ້ກ່າວໃນການຖະແຫຼງຂ່າວພາຍຫຼັງກອງປະຊຸມສະພາ ປະຊາຊົນແຫ່ງຊາດຈີນອັດລົງວ່າ: ເປົ້າໝາຍການເຕີບໂຕຂອງເສດຖະກິດຈີນໃຫ້ບັນລຸປະມານ 5,5%, ນີ້ແມ່ນການເຕີບໂຕທີ່ໝັ້ນທ່ຽງໃນລະດັບສູງ, ໃນຄວາມເປັນຈິງແລ້ວກໍ່ມີຄວາມກ້າວໜ້າ, ເຊິ່ງບໍ່ແມ່ນເລື່ອງງ່າຍ. 

 

ທ່ານຫຼີເຄີ້ສຽງໄດ້ຊີ້ອອກວ່າ: ໃນປີ 2021 ແລ້ວນີ້,​ ລວມຍອດຜະລິດຕະພັນພາຍໃນຫຼື gdp ຂອງຈີນເທົ່າກັບ gdp ຂອງກຸ່ມເສດຖະກິດຂະໜາດກາງ. ມາດຕະການຂອງຈີນທີ່ຈະນຳໃຊ້ສຳລັບປີ 2022 ນີ້ບໍ່ພຽງແຕ່ແນໃສ່ໄລຍະສັ້ນ, ແມ່ນຍັງແມ່ນອີງໃສ່ພື້ນຖານປັດຈຸບັນນີ້ແລະສຸມໃສ່ໄລຍະຍາວ, ແມ່ນແບບຍືນຍົງ.

ຄຳ​ເຫັນ

0