徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນສະແດງຄວາມຍິນດີໃນຄວາມພະຍາຍາມດ້ທາງການທູດທັງໝົດເພື່ອແກ້ໄຂວິກິດການລະຫວ່າງຣັດເຊຍແລະອູແກຼນໂດຍສັນຕິ

2022-03-11 15:35:14 cri

ຈີນສະແດງຄວາມຍິນດີໃນຄວາມພະຍາຍາມດ້ທາງການທູດທັງໝົດເພື່ອແກ້ໄຂວິກິດການລະຫວ່າງຣັດເຊຍແລະອູແກຼນໂດຍສັນຕິ_fororder_WechatIMG301

 

ຕາມຂ່າວCRI: ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 10 ມີນານີ້, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວກ່ຽວກັບເລື່ອງທີ່ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ, ອູແກຼນແລະຕວກກີພົບປະກັນວ່າ:  ຈີນມີຄວາມຍິນດີໃນຄວາມພະຍາຍາມທາງການທູດທັງໝົດເພື່ອແກ້ໄຂວິກິດການລະຫວ່າງຣັດເຊຍແລະອູແກຼນໂດຍສັນຕິ, ເຊິ່ງລວມທັງການພົບປະກັນລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຕວກກີ, ຣັດເຊຍແລະອູແກຼນ.

 

ຕາມການລາຍງານຂ່າວໃຫ້ຮູ້ວ່າ: ໃນວັນທີ 10 ມີນານີ້ຕາມເວລາທ້ອງຖິ່ນ, ທ່ານເຊີເກ ລັຟຣົຟ, ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ, ທ່ານດີມິໂຕຣ ຄູເລບາ,​ລັດຖະມົນຕີກະຊວງການຕ່າງປະເທດອູແກຼນພ້ອມດ້ວຍທ່ານເມລູ ຄາວູສໂອລູ, ລັດຖະມົນຕີກະຊວງການຕ່າງປະເທດຕວກກີໄດ້ຈັດການພົບປະເຈລະຈາ 3 ຝ່າຍລະດັບລັດຖະມົນຕີກະຊວງການຕ່າງປະເທດ.

 

ທ່ານຈ້າວລີ້ຈ່ຽນກ່າວໃນເວລາຕອບຄຳຖາມຂອງນັກຂ່າວວ່າ: “ພວກເຮົາໄສັງເກດເຫັນວ່ານີ້ແມ່ນການພົບປະກັນໃນທີ່ມີລະດັບສູງສຸດນັບແຕ່ຣັດເຊຍແລະອູແກຼນເກີດມີການປະທະກັນເປັນຕົ້ນມາ.​ ຫວັງວ່າຝ່າຍຕ່າງໆທີ່ກ່ຽວຂ້ອງຈະປະຕິບັດຕາມຫຼັກການທີ່ເຄົາລົບກັນ, ເດີນໄປໃນທິດທາງດຽວກັນ, ເຈລະຈາກັນຢ່າງຈິງຈັງ, ສຸມຄວາມພະຍາຍາມຢ່າງຕັ້ງໜ້າເພື່ອແກ້ໄຂວິກິດການໂດຍສັນຕິ.”

 

 

ຄຳ​ເຫັນ

0