徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.ປ.ປ ເກົາຫຼີຈະສົ່ງດາວທຽມສອດແນມຂຶ້ນສູ່ອະວະກາດຫຼາຍກວ່າເກົ່າ

2022-03-11 15:33:14 cri

ສ.ປ.ປ ເກົາຫຼີຈະສົ່ງດາວທຽມສອດແນມຂຶ້ນສູ່ອະວະກາດຫຼາຍກວ່າເກົ່າ_fororder_WechatIMG299

 

ຕາມຂ່າວCRI: ວັນທີ 10 ມີນານີ້, ຂ່າວສານສູນກາງເກົາຫຼີລາຍງານວ່າ, ທ່ານກິມຈົງອູ່ນ, ເລຂາທິການໃຫຍ່ພັກແຮງງານແຫ່ງ ສ.ປ.ປ ເກົາຫຼີ ໄດ້ກ່າວໃນເວລາຢ້ຍມຢາມອົງການພັດທະນາການບິນແລະການບິນອະວະກາດແຫ່ງຊາດສ.ປ.ປ ເກົາຫຼີໃນຫວ່າງມໍ່ໆນີ້ວ່າ: ວຽກງານການພັດທະນາດາວທຽມສອດແນມແມ່ນວຽກງານອັນຮີບດ່ວນທີ່ສຸດໃນປັດຈຸບັນນີ້ເພື່ອເພີ່ມຄວາມສາມາດແຫ່ງຊາດໃນດ້ານການສະກັດກັ້ນສົງຄາມແລະປັບປຸງຄວາມສາມາດໃນການຮັບມືກັບສົງຄາມໃຫ້ສົມບູນກວ່າເກົ່າ. ສະນັ້ນ, ສູນກາງພັກແຮງງານເກົາຫຼີຈຶ່ງສະໜັບສະໜູນໃຫ້ອົງການພັດທະນາການບິນແລະການບິນອະວະກາດແຫ່ງຊາດສົ່ງດາວທຽມສອດແນມຫຼາຍກວ່າເກົ່າຂຶ້ນສູ່ອະວະກາດໃນໄລຍະປະຕິບັດແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ (ແຕ່ປີ 2021 ຫາປີ 2025), ເພື່ອຍົກສູງຄວາມສາມາດດ້ານການຫາຂ່າວລັບ.

ຄຳ​ເຫັນ

0