覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນສະແດງຄວາມຊົມເຊີຍທ່ານຢູນຊຸກເຢວທີ່ໄດ້ຮັບເລືອກຕັ້ງໃຫ້ເປັນປະທານາທິບໍດີສ ເກົາຫຼີຄົນໃໝ່

2022-03-11 11:11:49 cri

ຈີນສະແດງຄວາມຊົມເຊີຍທ່ານຢູນຊຸກເຢວທີ່ໄດ້ຮັບເລືອກຕັ້ງໃຫ້ເປັນປະທານາທິບໍດີສ ເກົາຫຼີຄົນໃໝ່_fororder_外交部

 

 ວັນທີ 10 ມີນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວຢືນຢັນວ່າ ຈີນຂໍສະແດງຄວາມຊົມເຊີຍທ່ານຢູນຊຸກເຢວທີ່ໄດ້ຮັບເລືອກ ຕັ້ງໃຫ້ເປັນປະທານາທິບໍດີສ ເກົາຫຼີຄົນໃໝ່.
 

 ທ່ານຈ້າວລີ້ຈ່ຽນ ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 10 ມີນານີ້ວ່າ: ປີນີ້ເປັນປີທີ່ຈີນແລະສ ເກົາຫຼີສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 30 ປີ, ໃນໄລຍະ 30 ປີຜ່ານມາ,ການພົວພັນລະຫວ່າງຈີນ-ສ ເກົາຫຼີໄດ້ມີການພັດທະນາຢ່າງ ວ່ອງໄວ ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ສອງປະເທດ ແລະ ປະຊາຊົນ ສອງຊາດ, ທັງໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການສົ່ງເສີມສັນຕິພາບ ແລະ ການພັດທະນາຂອງພາກພື້ນ. ຈີນຍິນດີພະຍາຍາມຮ່ວມກັບສ ເກົາຫຼີ ໂດຍຖືເອົາການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ30 ປີເປັນໂອກາດທີ່ດີເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະ ຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດໃຫ້ໄດ້ດີກວ່າເກົ່າ.

ຄຳ​ເຫັນ

0