尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຮຽກ​ຮ້ອງ​ໃຫ້ “ມີ​ແນວ​ຄິດ​ບໍ່​ອະ​ຄະ​ຕິ​ຕໍ່​ຄົນ​ພິ​ການ”

2022-03-11 17:32:23 cri

ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຮຽກ​ຮ້ອງ​ໃຫ້ “ມີ​ແນວ​ຄິດ​ບໍ່​ອະ​ຄະ​ຕິ​ຕໍ່​ຄົນ​ພິ​ການ”_fororder_1128459156_16469552852911n

      ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​​ຄົນ​ພິ​ການລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 , ຈິດ​ໃຈ​ທີ່​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຢ່າງ​ບໍ່​ລົດ​ລະ​ຂອງນັກ​ກິ​ລາ​ຄົນ​ພິ​ການ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຄົນ​ທັງ​ຫຼາຍ. ໃນ​ກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມີ​ນາ​ນີ້, ທ່ານນາງ ຢ່ຽນ​ເຈ່ຍ​ຢົງ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ:​ຜ່ານ​ຈາກ​ການ​ຈັດ​ງານ​ຄັ້ງ​ນີ້​ກໍ່​ຫວັງ​ຢາກ​ໃຫ້​ຄົນ​ທັງ​ຫຼາຍ​ເອົາ​ໃຈ​ໃສ່ “ແນວ​ຄິດ​ບໍ່​ອະ​ຄະ​ຕິ​ຕໍ່​ຄົນ​ພິ​ການ” ໃຫ້​ຫຼາຍກວ່າ​ເກົ່າ.
ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຮຽກ​ຮ້ອງ​ໃຫ້ “ມີ​ແນວ​ຄິດ​ບໍ່​ອະ​ຄະ​ຕິ​ຕໍ່​ຄົນ​ພິ​ການ”_fororder_1128459156_16469552779761n

      “ແນວ​ຄິດ​ບໍ່​ອະ​ຄະ​ຕິ​ຕໍ່​ຄົນ​ພິ​ການ” ແມ່ນ​ພື້ນ​ຖານ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວຽກ​ງານ​ຄົນ​ພິ​ການ​ແລະການ​ສ້າງ​ສັງ​ຄົມ​ທີ່​ມີ​ລັກ​ສະ​ນະ​ກວມ​ລວມ​ຢ່າງ​ຕໍ່​ເນື່ອງ. ​ສະ​ນັ້ນ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຈົ່ງ​ມີ​ຄວາມ​ເຂົ້າ​ໃຈ​,ມີ​ຄວາມ​ເມ​ຕາ,ເຄົາ​ລົບ,ເອົາ​ໃຈ​ໃສ່​ແລະ​ຊ່ວຍ​ເຫຼືອ​ເພື່ອນ​ມິດ​ຄົນ​ພິ​ການ​ຢ່າງ​ແທ້​ຈິງ,ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມໄດ້ດີກວ່າ​ເກົ່າ.
ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຮຽກ​ຮ້ອງ​ໃຫ້ “ມີ​ແນວ​ຄິດ​ບໍ່​ອະ​ຄະ​ຕິ​ຕໍ່​ຄົນ​ພິ​ການ”_fororder_1128459156_16469552912391n

ຄຳ​ເຫັນ

0