覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ຣັດເຊຍລາຍງານວ່າ ໂຮງໄຟຟ້ານີວເຄຼຍເຊີໂນບີນໄດ້ຟື້ນຟູການ ສະໜອງໄຟຟ້າແລ້ວ ແຕ່ການພົບປະກັນລະຫວ່າງ ຣັດເຊຍ-ອູແກຼນບໍ່ມີຄວາມຄືບໜ້າ

2022-03-11 10:55:47 cri

ສື່ຣັດເຊຍລາຍງານວ່າ ໂຮງໄຟຟ້ານີວເຄຼຍເຊີໂນບີນໄດ້ຟື້ນຟູການ ສະໜອງໄຟຟ້າແລ້ວ ແຕ່ການພົບປະກັນລະຫວ່າງ ຣັດເຊຍ-ອູແກຼນບໍ່ມີຄວາມຄືບໜ້າ_fororder_俄乌克兰2
 

 ວັນທີ 10 ມີນານີ້, ຮອງລັດຖະມົນຕີກະຊວງພະລັງງານຣັດເຊຍໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນຣັດເຊຍວ່າ: ປັດຈຸບັນ, ໂຮງໄຟຟ້ານີວເຄຼຍເຊີໂນບີນທີ່ຢູ່ພາຍ ໃຕ້ການຄວບຄຸມຂອງກອງທັບຣັດເຊຍນັ້ນໄດ້ຟື້ນຟູການສະໜອງໄຟຟ້າແລ້ວພາຍໃຕ້ການຊ່ວຍເຫຼືອຈາກວິສະວະກອນໄຟຟ້າເບລາຣຸດຊີ. ວັນທີ 10ມີນານີ້, ທ່ານດີມີໂຕຣ ຄູເລບາ ລັດຖະມົນຕີກະຊວງການຕ່າງປະເທດອູແກຼນໄດ້ແຈ້ງໃຫ້ຮູ້ຫຼັງການພົບ ປະກັບທ່ານເຊີເກ ລັຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຢູ່ນະ ຄອນອັນຕາເລຍ ປະເທດຕວກກີວ່າ: ສອງຝ່າຍອູແກຼນ-ຣັດເຊຍບໍ່ໄດ້ຮັບຄວາມ ຄືບໜ້າໃນບັນຫາກ່ຽວກັບການຢຸດຍິງ. ທ່ານລັຟຣົຟກ່າວຢືນຢັນວ່າ ຣັດເຊຍຍິນ ດີສືບຕໍ່ເຈລະຈາກັບອູແກຼນ.
 

ສື່ຣັດເຊຍລາຍງານວ່າ ໂຮງໄຟຟ້ານີວເຄຼຍເຊີໂນບີນໄດ້ຟື້ນຟູການ ສະໜອງໄຟຟ້າແລ້ວ ແຕ່ການພົບປະກັນລະຫວ່າງ ຣັດເຊຍ-ອູແກຼນບໍ່ມີຄວາມຄືບໜ້າ_fororder_俄乌克兰1

 

ຄຳ​ເຫັນ

0