覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫວາງຢີ້ແຍກພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງແລະອີຕາລີຜ່ານທາງວີດີໂອ

2022-03-11 11:15:58 cri

ທ່ານຫວາງຢີ້ແຍກພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງແລະອີຕາລີຜ່ານທາງວີດີໂອ_fororder_王毅2
 

 ວັນທີ 10 ມີນານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດຈີນໄດ້ແຍກພົບປະກັບທ່ານ ຊອງອີບ ເລີ ດີຢອງ ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ ແລະທ່ານ ລຸຍຈີ ດີ ມາໂຢ ລັດຖະມົນຕີກະຊວງການຕ່າງປະເທດອີຕາລີຜ່ານທາງວີດີໂອ, ໂດຍ ໄດ້ສຸມໃສ່ແລກປ່ຽນຄວາມຄິດເຫັນກ່ຽວກັບສະຖານະການຢູ່ອູແກຼນ.
 

ທ່ານຫວາງຢີ້ແຍກພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງແລະອີຕາລີຜ່ານທາງວີດີໂອ_fororder_王毅3
 

  ໃນເວລາພົບປະກັບທ່ານ ຊອງອີບ ເລີ ດີຢອງ  ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ, ທ່ານຫວາງຢີ້ກ່າວວ່າ: ຣັດເຊຍແລະອູແກຼນໄດ້ດຳເນີນການເຈລະ ຈາສິນຕິພາບໄດ້3ຮອບແລ້ວ, ເຖິງວ່າ ສອງຝ່າຍຍັງມີຄວາມເຫັນທີ່ຂັດແຍ້ງກັນຫຼາຍກໍຕາມ, ແຕ່ວ່າການເຈລະຈາທຸກເທື່ອກໍມີຄວາມຄືບໜ້າອີກ ກ້າວໜຶ່ງເພື່ອບັນລຸເປົ້າໝາຍຢຸດຍິງ. ຈີນຫວັງວ່າ ປະຊາຄົມໂລກຈະສືບຕໍ່ສົ່ງ ເສີມແລະສະໜັບສະໜູນການເຈລະຈາສັນຕິພາບລະຫວ່າງຣັດເຊຍກັບອູແກຼນ ທັງສ້າງສະພາບແວດລ້ອມແລະເງື່ອນໄຂທີ່ດີໃຫແກ່ການເຈລະຈາ.

 

ທ່ານ ຊອງອີບ ເລີ ດີຢອງ ກ່າວວ່າ: ບັນດາຝ່າຍຄວນຮ່ວມມືກັນເພື່ອບັນລຸເປົ້າໝາຍການຢຸດຍິງໂດຍໄວ, ຄວນຊຸກຍູ້ການແກ້ໄຂບັນຫາດ້ວຍວິທີທາງການທູດ.


ທ່ານຫວາງຢີ້ແຍກພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງແລະອີຕາລີຜ່ານທາງວີດີໂອ_fororder_王毅1
 

ທ່ານລຸຍຈີ ດີ ມາໂຢ ລັດຖະມົນຕີກະຊວງການຕ່າງປະເທດອີຕາລີກ່າວວ່າ: ອີຕາລີໄດ້ເອົາໃຈໃສ່ທີ່ສຸດຕໍ່ກັບຂໍ້ລິເລີ່ມ6ຂໍ້ກ່ຽວກັບມະນຸດສະທຳທີ່ຈີນສະເໜີອອກມາ ແລະຍິນດີເພີ່ມທະວີການແລກປ່ຽນຄວາມຄິດເຫັນກັບຈີນ.

 

ຄຳ​ເຫັນ

0