尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​​ເຜີຍ​ໃຫ້​ຮູ້​ລ່ວງ​ໜ້າກ່ຽວ​ກັບ​ຈຸດ​ເດັ່ນ​ຂອງ​ພິ​ທີ​ປິດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ

2022-03-12 17:05:02 ​cri

ການ​​ເຜີຍ​ໃຫ້​ຮູ້​ລ່ວງ​ໜ້າກ່ຽວ​ກັບ​ຈຸດ​ເດັ່ນ​ຂອງ​ພິ​ທີ​ປິດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ_fororder_94cad1c8a786c9178b408e6912c873c53ac7571b

      ພິ​ທີ​ປິດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາ​ວ​ປັກ​ກິ່ງ​ປີ 2022 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມີ​ນາ​ນີ້, ທ່ານ ເສີນ​ເສີນ ຜູ້​ກຳ​ກັບ​ການ​ສະ​ແດງ​ໄດ້​ເຜີ​ຍ​ໃຫ້​ຮູ້​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ພິ​ທີ​ປິດ​ງານ​ຄັ້ງ​ນີ້​ແມ່ນ “ຄວາມ​ຊົງ​ຈຳ​ອຳ​ມະ​ຕະ​ທີ່​ອົບ​ອຸ່ນ”, ແລະ​ຈະ​ໃຊ້​​ອຸ​ປະ​ກອນ​ພິ​ເສດ​ເຄື່ອງ​ໜຶ່ງ​ເພື່ອ​ບັນ​ທຶກ​ພາບ​ທີ່​ໜ້າ​ປະ​ທັບ​ໃຈໃນ​ການ​ແຂ່ງ​ຂັນ​ເປັນ​ເວ​ລາ 9 ວັນ​ກໍ​ຄື​​ສະ​ພາບ​ໃນ​ຈຸດ​ເວ​ລາຍິ່ງ​ໃຫຍ່​ຂອງ​​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເຊິ່ງ​ເປັນ​ເມືອງ​ແຫ່ງ​ງານ​ກິ​ລາ​ໂອ​ລິມ​ປິກແລະ​ງານ​​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ແຫ່ງ​ນີ້​ໃຫ້​ຮັກ​ສາ​​ໄວ້ຕະ​ຫຼອດ​ໄປ.
ການ​​ເຜີຍ​ໃຫ້​ຮູ້​ລ່ວງ​ໜ້າກ່ຽວ​ກັບ​ຈຸດ​ເດັ່ນ​ຂອງ​ພິ​ທີ​ປິດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ_fororder_d833c895d143ad4b65f302054e49a1a6a60f06ef

      ທ່ານ ເສີນ​ເຊີນ ແນະ​ນຳ​ໃຫ້​ຮູ້​ວ່າ: ທ່ານ ຈ່າງ​ຢີ້​ໂໝວ ​ຫົວ​ໜ້າຜູ້​ກຳ​ກັບ​ການ​ສະ​ແດງ​ພິ​ທີ​ປິດ​ງານ​ຄັ້ງ​ນີ້​ໄດ້​ກຳ​ນົດ​​ເອ​ກະ​ລັກຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ຄັ້ງ​ນີ້​ເປັນ “ສ້າງ​ຄວາມ​ອົບ​ອຸ່ນ​ແລະ​ຄວາມ​ປະ​ທັບ​ໃຈ”.

ຄຳ​ເຫັນ

0