覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດເຊຍເຫັນວ່າ ອາເມຣິກາອອກທຶນໃຫ້ອູແກຼນຄົ້ນຄວ້າຊີວະພາບ ເພື່ອສ້າງກົນໄກແຜ່ເຊື້ອພະຍາດທີ່ຮ້າຍແຮງເຖິງຂັ້ນເສຍຊີວິດແບບລັບໆ

2022-03-12 14:21:45 cri

ຣັດເຊຍເຫັນວ່າ ອາເມຣິກາອອກທຶນໃຫ້ອູແກຼນຄົ້ນຄວ້າຊີວະພາບ ເພື່ອສ້າງກົນໄກແຜ່ເຊື້ອພະຍາດທີ່ຮ້າຍແຮງເຖິງຂັ້ນເສຍຊີວິດແບບລັບໆ_fororder_俄国防部3

 

ວັນທີ 10 ມີນານີ້, ທ່ານອີໂກ ໂຄນາເຊນຄົຟ ໂຄສົກກະຊວງປ້ອງກັນ ປະເທດຣັດເຊຍກ່າວວ່າ: ກະຊວງປ້ອງກັນປະເທດອາເມຣິກາໄດ້ອອກທຶນສະໜັບ ສະໜູນການຄົ້ນຄວ້າເຕັກນິກຊີວະພາບຢູ່ອູແກຼນ, ຈຸດປະສົງແມ່ນເພື່ອສ້າງຕັ້ງ ກົນໄກແຜ່ເຊື້ອພະຍາດທີ່ຮ້າຍແຮງເຖິງຂັ້ນເສຍຊີວິດແບບລັບໆ.
 

ຣັດເຊຍເຫັນວ່າ ອາເມຣິກາອອກທຶນໃຫ້ອູແກຼນຄົ້ນຄວ້າຊີວະພາບ ເພື່ອສ້າງກົນໄກແຜ່ເຊື້ອພະຍາດທີ່ຮ້າຍແຮງເຖິງຂັ້ນເສຍຊີວິດແບບລັບໆ_fororder_俄国防部1
 

ເວັບໄຊທາງການຂອງກະຊວງປ້ອງກັນປະເທດຣັດເຊຍໄດ້ແຈ້ງຂ່າວວ່າ: ທ່ານອີກໍ ໂຄນາເຊນຄົຟ ໂຄສົກກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ: ຜ່ານຈາກການຄົ້ນຄວ້າພິຈາລະນາເອກະສານທີ່ກ່ຽວຂ້ອງຂອງຫ້ອງທົດລອງຊີວະພາບຢູ່ອູແກຼນທີ່ປະເທດຕົນຍຶດໄດ້ແລ້ວນັ້ນ, ຣັດເຊຍພົບວ່າ: ໃນປີ 2022 ອາເມຣິກາມີແຜນຈະດຳເນີນການຄົ້ນຄວ້າເຊື້ອພະຍາດທີ່ເກີດມາຈາກປະເພດນົກ, ເຈຍ ແລະສັດຈຳພວກສັດເລືອຄານຢູ່ອູແກຼນ, ທັງຈະສືບຕໍ່ຄົ້ນຄວ້າຄວາມອາດ ເປັນໄປໄດ້ທີ່ສັດເຫຼົ່ານີ້ຈະມີເຊື້ອພະຍາດອະຫິວາໝູອາຟຣິກກາແລະເຊື້ອໄວຣັດAnthrax ຢູ່ໃນກະໂຕມັນເອງ, ຈຸດປະສົງໃນການທົດລອງແມ່ນເພື່ອສ້າງກົນໄກ ກ່ຽວກັບການແຜ່ເຊື້ອພະຍາດຮ້າຍແຮງເຖິງຂັ້ນເສຍຊີວິດແບບລັບໆ.

 

ຄຳ​ເຫັນ

0