徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກບິນອະວະກາດຂອງຍົນຈີນຂອງຍານອະວະກາດເສີນໂຈ່ວ 13 ຈະກັບຄືນສູ່ໂລກໃນເດືອນເມສາໜ້ານີ້

2022-03-12 14:35:24 cri

ນັກບິນອະວະກາດຂອງຍົນຈີນຂອງຍານອະວະກາດເສີນໂຈ່ວ 13 ຈະກັບຄືນສູ່ໂລກໃນເດືອນເມສາໜ້ານີ້_fororder_WechatIMG305

 

ຕາມຂ່າວCRI: ວັນທີ 11 ມີນານີ້, ນັກຂ່າວໄດ້ຮັບຊາບຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນວ່າ,​ ປັດຈຸບັນນີ້, ຫ້ອງແກນກາງຫຼືໂຄໂມດອນ (core module)ຂອງສະຖານີອະວະກາດຈີນໄດ້ໂຄຈອນຕາມວົງໂຄຈອນຢ່າງໝັ້ນທ່ຽງ, ຈຸນັກບິນອະວະກາດຂອງຍານອະວະກາດເສີນໂຈ່ວ 13 ມີສະພາບການຢ່າງດີ,​ ຕາມແຜນການນັກບິນອະວະກາດຈະກັບຄືນສູ່ພື້ນໂລກໃນເດືອນເມສາໜ້ານີ້, ເຕັກນິກຂໍກຸນແຈສຳຄັນໃນການກໍ່ສ້າງສະຖານີອະວະກາດໄດ້ຜ່ານການທົດລອງແລະຢັ້ງຢືນຢ່າງຮອບດ້ານ, ການກະກຽມປະຕິບັດໜ້າທີ່ຕ່າງໆໃນຕໍ່ໜ້າໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ.

 

ຕາມແຜນການ, ໃນປີ 2022 ຈີນຈະຈັດຕັ້ງປະຕິບັດໜ້າທີ່ການບິນອະວະກາດ 6 ຄັ້ງສຳລັບສະຖານີອະວະກາດ, ເພື່ອສຳເລັດການກໍ່ສ້າງສະຖານີອະວະກາດຕາມວົງໂຄຈອນ, ສ້າງຫ້ອງທົດລອງອະວະກາດແຫ່ງຊາດທີ່ໂຄຈອນຕາມວົງໂຄຈອນຢ່າງໝັ້ນທ່ຽງ.

ຄຳ​ເຫັນ

0