尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ​: ຈີນ​ແລະ​ອາ​ເມ​ຣິ​ກາ​​ເປີດ​ປະ​ຕູເຊິ່ງ​ກັນ​ແລະ​ກັນ​ແລ້ວ​ກໍ່​ບໍ່​ຄວນ​ປິດ​ອີກ

2022-03-12 15:24:51 cri

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ​: ຈີນ​ແລະ​ອາ​ເມ​ຣິ​ກາ​​ເປີດ​ປະ​ຕູເຊິ່ງ​ກັນ​ແລະ​ກັນ​ແລ້ວ​ກໍ່​ບໍ່​ຄວນ​ປິດ​ອີກ_fororder_微信图片_20220312152433

      ວັນ​ທີ 11 ມີ​ນາ​ນີ້, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ: ໃນ 50 ປີ​ກ່ອນ, ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້ແກ້​ໄຂ​ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ,​ໂດຍ​ສາ​ມາດ​ເຮັດ​ໃຫ້ການ​ພົວ​ພັນ​ຫັນ​ລະ​ຫວ່າງ​ສອງ​ຝ່າຍ​​ຫັນ​ເປັນ​ປົກ​ກະ​ຕິ​ແລະ​ເລີ່ມຂະ​ຫຍາຍ​ຕົວ​ຂຶ້ນ. ແນວ​ໃດ​ກໍ່​ຕາມ,ສອງ​ຝ່າຍ​ໄດ້​ເປີດ​ປະ​ຕູເຊິ່ງ​ກັນ​ແລະ​ກັນ​ແລ້ວ,ກໍ່​ບໍ່​ຄວນ​ປິ​ດ​ອີກ,​ຍິ່ງ​ບໍ່​ຄວນ​ຕັດ​ສາຍ​ພົວ​ພັນ​ກັນ​ໄປ.
ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ​: ຈີນ​ແລະ​ອາ​ເມ​ຣິ​ກາ​​ເປີດ​ປະ​ຕູເຊິ່ງ​ກັນ​ແລະ​ກັນ​ແລ້ວ​ກໍ່​ບໍ່​ຄວນ​ປິດ​ອີກ_fororder_微信图片_202203121524331

      ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ: ຈີນ​ແລະ​ອາ​ເມ​ຣິ​ກາມີ​ຄວາມ​ແຕກຕ່​າງ​ກັນ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ລະ​ບອບ​ສັງ​ຄົມ,ວັດ​ທະ​ນະ​ທຳ​ທາງ​ປະ​ຫວັດ​ສາດ​ແລະ​ໄລ​ຍະ​ການ​ພັດ​ທະ​ນາ,​ນີ້​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ໂດຍ​​ຍາກ​ທີ່​ຈະຫຼີກ​ລ່ຽງ​​ໄດ້,ແຕ່​ການ​ຮ່ວມ​ມື​ຄວນ​ເປັນ​ກະ​ແສ​ຫຼັກ. ເຖິງວ່າ​ຈີນ​ແລະ​ອາ​ເມ​ຣິ​ກາ​ມີ​ການ​ແຂ່ງ​ຂັນ​ກັນ​ທາງ​ດ້ານ​ຕະ​ຫຼາດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ກໍ່​ຕາມ,ແຕ່​ນັ້ນ​ກໍ່​ຄວນ​ເປັນ​ການ​ແຂ່ງ​ຂັນ​ທີ່​ພັດ​ທະ​ນາ​ໄປ​ໃນ​ທາງ​ທີ່​ດີ​ແລະ​ຍຸດ​ຕິ​ທຳ. ປີ​ກາຍ​ນີ້,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​​ບັນ​ລຸ​ຫຼາຍກວ່າ 750 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ເພີ່ມ​ຂຶ້ນ​ເກືອບ 30% ເມື່ອ​ທຽບ​ໃສ່​ປີ 2020. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ຫຼວງ​ຫຼາຍ. ຖ້າ​ອາ​ເມ​ຣິ​ກາ​ຜ່ອນ​ຄາຍ​ການ​ຈຳ​ກັດ​ການ​ສົ່ງ​ອອກ​ຕໍ່​ຈີນ,ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຍັງ​ຈະ​​ຂະ​ຫຍາຍ​ຕົວ​ຫຼາຍກວ່າ​ນີ້​ອີກ, ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ສອງ​ຊາດລ້ວນ​ແຕ່​ຈະ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ວິ​ໄສ​ທັດ​ອັນ​ກວ້າງ​ໄກ​ເພື່ອ​ສະ​ແຫວ​ງ​ຫາ​ຜົນ​ປະ​ໂຫຍດ​​ຢ່າງ​ຍາວ​ນານ.

ຄຳ​ເຫັນ

0