郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຈະມີຜົນກະທົບອັນໃຫຍ່ຫຼວງຕໍ່ໂລກ

2022-03-13 17:01:49 cri

ວັນ​ທີ12ມີ​ນາ​ນີ້, ຄະ​ນະ​ກຳ​ະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ຢູ່​ສູນ​ສື່ມວນ​ຊົນ​ຫຼັກ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​, ທ່ານ​ອັນ​ດ​ຣູ ປາ​ຊອນ​ສ ປະ​ທານຄະ​ນະ​ກຳມ​ະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ໄດ້​ກ່າວ​ວ່າ: ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ເກີດ​​ຜົນ​ກະ​ທົບ​ອັນ​ໃຫຍ່​ຫຼວງ​ຕໍ່​ໂລກ.

ທ່ານປາ​ຊອນ​ສຊີ້ໃຫ້​ເຫັນວ່າ: ຫຼັງ​ຈາກ​​ໄດ້​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງປີ2008​ຢ່າງ​ສຳ​ເລັດ​ຜົນແລ້ວ, ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ປີ2022 ຈະ​ເກີດ​​ຜົນ​ກະ​ທົບ​ອັນ​​ຕັ້ງ​ໜ້າ​ຕໍ່​ສິ່ງ​ແວດ​ລ້ອມ​ທີ່ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ກັບ​ຄົນ​ພິ​ການ​ຈີນ​​ໃນ​ການອອກ​ເດີນ​ທາງ,ເຮັດ​ໃຫ້​ຄົນ​ພິ​ການ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃ​ສ່​ຫຼາຍກວ່າ​ເກົ່າ,ພ້ອມ​ກັນ​ນັ້ນ​ກໍ່​​ຊຸກ​ຍູ້​ໃຫ້ຄົນ​ພິ​ການຫຼາຍກວ່າ​ເກົ່າເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້ອນ​.

ທ່ານປາ​ຊອນ​ສ​ກ່າວ​ເນັ້ນ​ໜັກ​ວ່າ: ມໍ​ລະ​ດົກ​ດ້ານ​ກິ​ລາ​ໂອ​ລິມ​ປິກ​ຈາກງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກ​ງຶດ​ງໍ້​ອັດ​ສະ​ຈັນ​,ຊຶ່ງ​ໄດ້​ສ້າງ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ຕົວ​ເມືອງ​ອື່ນໆ​ທີ່​ເປັ​ນ​ເຈົ້າ​ພາບ​ຈັດງານ​ກິ​ລາ​ໂອ​ລິມ​ປິກໃນ​ຕໍ່​ໜ້າ.​

ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຈະມີຜົນກະທົບອັນໃຫຍ່ຫຼວງຕໍ່ໂລກ_fororder_1380431740

 

ຄຳ​ເຫັນ

0