郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອູແກຼນກ່າວວ່າ ຣັດເຊຍໄດ້ບຸກໂຈມຕີພາກຕາເວັນຕົກຂອງອູແກຼນເປັນເທືຶ່ອທຳອິດ

2022-03-13 17:08:08 cri

ຕາມ​ຂ່າວ​ຈາກ​​ເຈົ້າ​ໜ້າທີ່ແລະພາກ​ສ່ວນ​ຂ່າວ​ກອງ​ທາງ​ການ​ທະ​ຫານ​ຂອງ​ອູ​ແກຼນ:ໃນ​ວັນ​ທີ11ມີ​ນາ​ຕາມ​ເວ​ລາ​ທ້​ອງ​ຖິ່ນ,ກອງ​ປະ​ກອບ​ອາ​ວຸດ​ຂອງ​ຣັດ​ເຊຍ​ໄດ້​ບຸກ​ໂຈມ​ຕີພາກ​ຕາ​ເວັນ​ຕົກ​ຂອງ​ອູ​ແກຼນ​ເ​ປັນ​ເທືຶ່ອ​ທຳ​ອິດ. ຂະ​​ນະ​ດຽວ​ກັນ,ສະ​ພາບ​ການ​ຕໍ່​ສູ້ຢູ່ເຂດ​ອ້ອມ​ຂ້າງ​ນະ​ຄອນ​ຫຼວງ​ກຽບ​ຂອງ​ອູ​ແກຼນ​ໄດ້​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ວັນ​ທີ11ມີ​ນາ​ນີ້ ທ່ານ​ໂກ​ນາ​ເຊັນ​ຄົ​ຟ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ຢືນ​ຢັນ​ວ່າ: ຕອນ​ເຊົ້າ​ມື້​ດຽວ​ກັນ ທະ​ຫານ​ຣັດ​ເຊຍ​ໄດ້​ໂຈມ​ຕີ​ສິ່ງ​ກໍ່​ສ້າງ​​ທາງ​ການ​ທະ​ຫານ​ຂອງ​ອູ​ແກຼນ​ດ້ວຍ​ອາ​ວຸດ​ໄລ​ຍະ​ໄກ​ທີ່​ມີ​ຄວາມ​ແມ່ນ​ຢຳ​ສູງ,ເມືອງ​ລຸ​ສກ ເມືອງ​ຫຼັກ​ຢູ່​ພາກ​ຕາ​ເວັ​ນ​ຕົກ​ແລະ​ສະ​ໜາມ​ບິນ​ອີ​ວັນ​ໂນ-ຟ​ຣານ​ກິ​ຟ​ສກ ຂອງ​ອູ​ແກຼນ​ໄດ້​ຖືກ​ທຳ​ລາຍ.

ອີກ​ດ້ານ​ໜຶ່ງ,ໃນວັນ​ທີ11ມີ​ນາ​ນີ້ ບໍ​ລິ​ສັດ​​ເຕັກ​ໂນ​ໂລ​ຊີ​ມາກ​ຊາ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ຮູບ​ດາວ​ທຽມ​ຂອງ​ບໍ​ລິ​ສັດ​ຕົນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຣັດ​ເຊຍ​ໄດ້​ສືບ​ຕໍ່​ຈັດ​ວາງ​ທະ​ຫານຈຳ​ນວນ​ຫຼວງ​ຫຼາຍ​ຢູ່​ເຂດ​ອ້ອມ​ຂ້າງ​ນະ​ຄອນ​ຫຼວງ​ກຽບຂອງ​ອູ​ແກຼນ.

ອູແກຼນກ່າວວ່າ ຣັດເຊຍໄດ້ບຸກໂຈມຕີພາກຕາເວັນຕົກຂອງອູແກຼນເປັນເທືຶ່ອທຳອິດ_fororder_1985060541

 

ຄຳ​ເຫັນ

0