吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການເຈລະຈາກ່ຽວກັບບັນຫານິວເຄຼຍອີຣານຢຸດເຊົາເປັນການຊົ່ວຄາວ ແຕ່ຍັງມີຄວາມຫວັງທີ່ຈະເຊັນສັນຍາ

2022-03-13 15:38:57 CRI

ການເຈລະຈາກ່ຽວກັບບັນຫານິວເຄຼຍອີຣານຢຸດເຊົາເປັນການຊົ່ວຄາວ ແຕ່ຍັງມີຄວາມຫວັງທີ່ຈະເຊັນສັນຍາ_fororder_截图录屏_选择区域_20220313153747

 

    ວັນທີ 11 ມີນານີ້, ການເຈລະຈາກ່ຽວກັບສັນຍາຮອບດ້ານຂອງບັນຫານິວເຄຼຍອີຣານທີ່ຈັດຂຶ້ນຢູ່ນະຄອນຫຼວງວຽນໄດ້ຢຸດເຊົາເປັນການຊົ່ວຄາວ. ນັກວິເຄາະຊີ້ໃຫ້ເຫັນວ່າ, ເຖິງວ່າການເຈລະຈາຢຸດເຊົາອີກ, ແຕ່ອາເມຣິກາ ແລະ ອີຣານຍັງມີພະລັງແຮງອ່າວຫຼາຍທີ່ຈະຟື້ນຟູປະຕິບັດຕາມສັນຍາ, ຝ່າຍຕ່າງໆກໍ່ມີທ່າທີອັນຕັ້ງໜ້າຕໍ່ການກ້າວເຖິງຂັ້ນການເຊັນສັນຍາ, ນີ້ໄດ້ສ້າງຄວາມຫວັງໃຫ້ແກ່ການເຈລະຈາໄດ້ຮັບຜົນສຳເລັດໃນທີ່ສຸດ. ແຕ່ຍ້ອນວ່າຝ່າຍຕ່າງໆທີ່ກ່ຽວຂ້ອງຍັງມີຂໍ້ຂັດແຍ່ງທີ່ບໍ່ທັນໄດ້ແກ້ໄຂຈິ່ງຄາດບໍ່ໄດ້ວ່າການເຈລະຈາຈະສາມາດຟື້ນຟູຄືນໃໝ່ໂດຍໄວໄດ້ຫຼືບໍ່.


     ເຖິງວ່າ ກ່ອນໜ້ານີ້ບໍ່ດົນ ຝ່າຍຕ່າງໆກໍ່ເຜີຍໃຫ້ຮູ້ວ່າການເຈລະຈາໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ, ໃນເວລາຢຸດເຊົາການເຈລະຈາເທື່ອນີ້ກໍ່ໄດ້ກ່າວຢ້ຳຄວາມປາຖະໜາທີ່ເຊັນສັນຍາກໍ່ຕາມ, ແຕ່ການເຈລະຈາກໍ່ເຄີຍຢຸດເຊົາເປັນເວລາ 5 ເດືອນພາຍຫຼັງໄດ້ສິ້ນສຸດຮອບທີ 6 ໃນເດືອນມິຖຸນາປີ 2021, ສະນັ້ນ ການເຈລະຈາເທື່ອນີ້ຈະຢຸດເຊົາເປັນເວລາດົນປານໃດຍັງບໍ່ຮູ້ເທື່ອ.

ຄຳ​ເຫັນ

0