吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງອັດລົງໃນມື້ນີ້

2022-03-13 15:17:38 CRI

ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງອັດລົງໃນມື້ນີ້_fororder_20220312141017567


ວັນທີ 13 ມີນານີ້, ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ຈະອັດລົງ ໂດຍຈະຈັດພິທີຢູ່ສະໜາມກິລາແຫ່ງຊາດຈີນ ກໍ່ຄືຮັງນົກ.

 

ທ່ານຈ່າງຢີ້ໂມ໋ຫົວໜ້າຜູ້ກຳກັບການສະແດງຂອງພິທີອັດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ກ່າວວ່າ, ເຄື່ອງໝາຍຮູບມົນແມ່ນເຄື່ອງໝາຍທີ່ປະຈັກຕາທີ່ສຸດ ມັນຈະກາຍເປັນຈຸດຮຸ່ງຂອງພິທີອັດງານກິລາເທື່ອນີ້.

 

ຄວາມອົບອຸ່ນເປັນຄວາມຊົງຈຳທີ່ລືມຍາກໃນຊີວິດຂອງຄົນເຮົາ. ຄວາມຕະຫຼອດກາລະນານ ເປັນຄວາມປາຖະໜາທີ່ດີງາມຂອງທົ່ວມວນມະນຸດ.ສະນັ້ນ, ຫົວຂໍ້ຂອງພິທີອັດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຄັ້ງນີ້ກໍ່ແມ່ນ “ຕະຫຼອດກາລະນານໃນຄວາມອົບອຸ່່ນ”.

 

ພິທີອັດງານກິລາຈະສຳເລັດພາຍໃນເວລາ 50 ນາທີ, ສ່ວນນັກສະແດງມີຈຳນວນຫຼາຍກວ່າ 60% ເປັນຄົນພິການ.

 

ຄຳ​ເຫັນ

0