吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຢຍລະມັນຫວັງຢາກຫຼຸດພົ້ນການອາໄສຖ່ານຫີນທີ່ນຳເຂົ້າຈາກຣັດເຊຍກ່ອນລະດູໃບໄມ້ຫຼົ່ນປີນີ້

2022-03-13 15:12:07 CRI

ເຢຍລະມັນຫວັງຢາກຫຼຸດພົ້ນການອາໄສຖ່ານຫີນທີ່ນຳເຂົ້າຈາກຣັດເຊຍກ່ອນລະດູໃບໄມ້ຫຼົ່ນປີນີ້_fororder_webwxgetmsgimg

 

ວັນທີ 12 ມີນານີ້ຕາມເວລາທ້ອງຖິ່ນ, ທ່ານ ຄຣິສຕຽນ ລິນດ໌ເນີ ລັດຖະມົນຕີກະຊວງການເງິນຂອງສະຫະພັນເຢຍລະມັນ ໄດ້ໃຫ້ສຳພາດຕໍ່ ນັກຂ່າວວ່າ, ເຢຍລະມັນຫວັງຢາກຫຼຸດພົ້ນການອາໄສຖ່ານທີນທີ່ນຳເຂົ້າຈາກ ຣັດເຊຍ ກ່ອນລະດູໃບໄມ້ຫຼົ່ນ​ປີນີ້, ນອກນັ້ນ, ຍັງຈະພະຍາຍາມຫຼຸດພົ້ນການ ອາໄສນ້ຳມັນເຊື້ອໄຟ ທີ່ນຳເຂົ້າຈາກຣັດເຊຍໃນສ່ວນໃຫຍ່ກ່ອນທ້າຍປີນີ້.

 

ທ່ານ ລິນດ໌ເນີ ກ່າວຕື່ມວ່າ, ສະພາບການນຳເຂົ້າອາຍແກັສທຳມະຊາດ ຈະສັບສົນກວ່າ, ເພາະວ່າ ປັດຈຸບັນ ຢູ່ເຢຍລະມັນຍັງບໍ່ທັນມີພື້ນຖານໂຄງລ່າງ ເພື່ອຮັບເອົາອາຍແກັສທຳມະຊາດທາດນ້ຳ, ເຖິງວ່າກຳລັງກໍ່ສ້າງພື້ນຖານ ໂຄງລ່າງຢ່າງຂຸ້ນຂ້ຽວຢູ່ກໍຕາມ, ແຕ່ຖ້າຍຸດຕິການນຳເຂົ້າອາຍແກັສທຳມະຊາດ ຈາກ ຣັດເຊຍໃນທັນທີ, ໃນລະດູໜາວ​ປີໜ້າ, ເຢຍລະມັນກໍຈະຜະເຊີນກັບ ສະພາບການທີ່ຂາດແຄນການສະໜອງ, ເສດຖະກິດຊຸດໂຊມ ແລະ ເກີດ ໄພເງິນເຟີ້ລະດັບສູງ.

 

ກ່ອນໜ້ານີ້, ຜູ້ນຳສະຫະພາບເອີຣົບໄດ້ດຳເນີນການປຶກສາຫາລືກັນກ່ຽວກັບ ການຫຼຸດຜ່ອນການນຳເຂົ້າພະລັງງານຈາກຣັດເຊຍ, ແຕ່ຝ່າຍຕ່າງໆມີຄວາມເຫັນ ບໍ່ເປັນເອກະພາບກັນ ກ່ຽວກັບການລົງໂທດດ້ານການນຳເຂົ້ານ້ຳມັນເຊື້ອໄຟ ແລະ ການຈຳກັດໃນດ້ານລາຄາຂອງອາຍແກັສທຳມະຊາດ.

ຄຳ​ເຫັນ

0