吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະນະກຳມະການໂອລິມປິກຄົນພິການສາກົນກ່າວວ່າ:ບຸກຄົນວົງການຕ່າງໆຍ້ອງຍໍໝາກຜົນງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຢ່າງເຕັມທີ່

2022-03-13 15:21:02 CRI

ຄະນະກຳມະການໂອລິມປິກຄົນພິການສາກົນກ່າວວ່າ:ບຸກຄົນວົງການຕ່າງໆຍ້ອງຍໍໝາກຜົນງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຢ່າງເຕັມທີ່_fororder_d6fb02e35ba24e7abbfb2c2244a7b2f3


    ວັນທີ 12 ມີນານີ້, ຄະນະກຳມະການໂອລິມປິກຄົນພິການສາກົນໄດ້ຈັດກອງປະຊຸມຂ່າວເພື່ອສະຫຼຸບການແຂ່ງຂັນຕ່າງໆຢູ່ສູນສື່ມວນຊົນງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ. ທ່ານອັນໂດຼ ປາຊອນສ ປະທານຄະນະກຳມະການໂອລິມປິກຄົນພິການສາກົນກ່າວວ່າ,ຄະນະກຳມະການຈັດຕັ້ງງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສຳເລັດວຽກງານທີ່ບໍ່ກ້າເຊື່ອ, ບຸກຄົນວົງການຕ່າງໆໄດ້ຍ້ອງຍໍໝາກຜົນຂອງງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຢ່າງເຕັມທີ່.


    ທ່ານປາຊອນສກ່າວວ່າ, ນັກກິລາທັງຫຼາຍ, ຄະນະນັກກິລາຕ່າງໆທີ່ເຂົ້າຮ່ວມງານກິລາໂອລິມປິກຄົນພິການລະດູໜາວ ພ້ອມດ້ວຍສະມາຄົມສາກົນຂອງລາຍການແຂ່ງຂັນຕ່າງໆ ແລະ ສື່ມວນຊົນເປັນເອກະສັນບອກໃຫ້ຮູ້ວ່າ ວຽກງານຂອງຄະນະກຳມະການຈັດຕັ້ງ
ງານກິລາໂອລິມປິກລະດູໜາວປັກກິ່ງເຮັດໃຫ້ດີຫຼາຍ,ທ່ານສະແດງຄວາມຂອບໃຈຄະນະກຳມະການຈັັດງານທີ່ໄດ້ທຳຄວາມພະຍາຍາມສຸດຂີດເພື່ອກະກຽມງານກິລາໂອລິມປິກຄົນພິການລະດູໜາວເທື່ອນີ້ໃນເວລາ 7 ປີຜ່ານມາ ແລະ ກ່າວວ່າການຈັດຕັ້ງການແຂ່ງຂັນຕ່າງໆຂອງງານກິລາໂອລິມປິກຄົນພິການເທື່ອນີ້ໄດ້ບັນລຸເປົ້າໝາຍທີ່ຄາດໄວ້ພ້ອມທັງໄດ້ສ້າງມາດຖານສູງຫຼາຍໃຫ້ກັບຕົວເມືອງທີ່ຈັດງານກິລາໃນອະນາຄົດ.

ຄຳ​ເຫັນ

0