吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດັດ​ຊະ​ນີ​ຂົ​ນ​ສົງ​ສິນ​ຄ້າ​ທີ່​ຈັບ​ຕ້ອງໄດ້​ຂອງ​ຈີນ​ໃນ​ເດືອນ​ມັງ​ກອນ ແລະ​ເດືອນ​ກຸມ​ພາ​ໄດ້​ເພີ່ມ​ຂຶ້ນ​ຢ່າ​ງວ່ອງ​ໄວ

2022-03-14 15:39:49 cri

ດັດ​ຊະ​ນີ​ຂົ​ນ​ສົງ​ສິນ​ຄ້າ​ທີ່​ຈັບ​ຕ້ອງໄດ້​ຂອງ​ຈີນ​ໃນ​ເດືອນ​ມັງ​ກອນ ແລະ​ເດືອນ​ກຸມ​ພາ​ໄດ້​ເພີ່ມ​ຂຶ້ນ​ຢ່າ​ງວ່ອງ​ໄວ_fororder_微信图片_20220314153907

    ວັນ​ທີ 14 ມີ​ນາ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ​ຂົນ​ສົ່ງ​ຈີນ​ໄດ້​ເຜີຍ​ແຜ່​ດັດ​ຊະ​ນີ​ຂົນ​ສົ່ງ ແລະ​ການ​ຜະ​ລິດ​ຂອງ​ຈີນ​ໃນ​ເດືອນ​ມັງ​ກອນ ແລະ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ. ​ອີງ​ຕາມຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ດັດ​ຊະ​ນີ​ຂົ​ນ​​ສົ່ງ​ສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ໃນສອງ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ.

    ໃນ​ເດືອນ​ມັງກ​ອນ ແລະ​ເດືອນ​ກຸມ​ພາ​ທີ່​ຜ່າ​ນ​ມາ, ​ຕົວ​ເລກ​ສະ​ເລ່ຍ​ຂອງດັດ​ຊະ​ນີ​ຂົນ​ສົ່ງ ແລະ​ການ​ຜະ​ລິດ​ຂອງ​ຈີນ​ແມ່ນ 153,8 ເພີ່ມ​ຂຶ້ນ 4,4%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ,​ ຕົວ​ເລກ​ສະ​ເລ່ຍ​ຂອງດັດ​ຊະ​ນີ​ຂົ​ນ​ສົງ​ສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້​ແມ່ນ 188,2  ເພີ່ມ​ຂຶ້ນ 4,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​, ເຊິ່ງ​ເປັນ​ຈັງ​ຫວະການ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ຮອບ​ເຄິ່ງ​ປີ​ມາ​ນີ້.

    ​ດັດ​ຊະ​ນີ​ຂົນ​ສົ່ງ ແລະການ​ຜະ​ລິດ​ຂອງ​ຈີນແມ່ນ​ຖື​ເອົາ​ປະ​ລິ​ມານ​ຂົນ​ສົ່ງ​ຜູ້​ໂດຍ​ສານ ແລະ​ສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້​ຂອງ​ທາງ​ລົດ​ໄຟ, ທາງ​ຫຼວງ, ທາງ​ນ້ຳ ແລະ​ການ​ບິນ​ພົນ​ລະ​ເຮືອນ​ເປັນ​ດັດ​ຊະ​ນີ​ພື້ນ​ຖານ, ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ລວມ​ຂອງ​ຂະ​ແໜງ​ການ​ຄົມ​ມະ​ນາ​ຄົມ ແລະ​ຂົນ​ສົ່ງ​ຂອງ​ຈີນ.

ຄຳ​ເຫັນ

0