郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜະ​ລິດ​ຕະ​ພັນ​ກວດໄວ​ພະ​ຍາດ​ໂຄວິດ-19ເອົາ​ເອງ10​​​ຊະ​ນິດ​ຂອງ​ຈີນ​ເຂົ້າ​ສູ່​ຕ​ະ​ຫຼາດ​ຢ່າງ​ເປັນ​ທາງ​ການ

2022-03-14 17:04:28 cri

ວັນ​ທີ13ມີ​ນານີ້,​ອົງ​ການກວດ​ກາຢາ​ແຫ່ງ​ຊາດ​ຈີນ​ໄດ້​ອະ​ນຸ​ມັດ​ການ​ຮ້ອງ​ຂໍ​ຈົດ​ທະ​ບຽນຜະ​ລິດ​ຕະ​ພັນ​ກວດ​ອັນ​ທີ​ເກນ ຫຼື ກວດ​ໄວ​ພະ​ຍາດ​ໂຄວິດ-19ອີກ5​ຊະ​ນິດ. ມາຮອ​ດ​ປັດ​ຈຸ​ບັນ, ຜະ​ລິດ​ຕະ​ພັນ​ກວດ​​ໄວພະ​ຍາດ​ໂຄວິດ-19 ເອົາ​ເອງ10​ຊະ​ນິດຂອງ​ຈີນໄດ້​ເຂົ້າ​​ສູ່ຕ​ະ​ຫຼາດ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ສຳ​ລັບຜູ້​ທີ່​ຜົນ​ເປັນບວກ​ໃນ​ການກວດ​ໄວ,ບໍ່​ວ່າ​ມີ​ອາ​ການ​ໃນ​ດ້ານລະ​ບົບ​ຫາ​ຍໃຈ ຫຼື​​ຄີງ​ຮ້ອນ​ ແລະ​ອື່ນໆຫຼື​ບໍ່,​ຄວນ​ແຈ້ງ​ໃຫ້​ເຂດ​ຊຸມ​ຊົນ​ຫຼື​ບ້ານ​ແລະ​ຕາ​ແສງ​ທີ່​ຕົນ​ເອງອາ​ໄສ​ຢູ່ນັ້ນ​ທັນ​ທີ, ເພື່ອໃຫ້​ເຂດ​ຊຸມ​ຊົນ​ຕິດ​ຕໍ່​ພົວ​ພັນ​ກັບ​ສູນກອບ​ກູ້ສຸກ​ເສີນ​ອີງ​ຕາມ​ປຶ້ມ​​ຄູ່​ມື​ວຽກ​ງານ​ສົ່ງ​ຜູ້​ມີ​ອາ​ການ​​ຕິດ​ເຊື້ອພະ​ຍາດ​ໂຄວິດ-19,ແລະສົ່ງ​​ໄປຮອດ​ໂຮງ​ໝໍ​ທີ່​ມີ​ພະ​ແນກ​ຄີງ​ຮ້ອນ​ເພື່ອ​ທຳ​ການກວດ​ຫາ​ເຊື້ອ​ໄວ​ຣັ​ສ. ພ້ອມ​ກັນ​ນັ້ນ,​ໄມ້​ສຳ​ລີ​ສຳ​ລັບ​ເກັບ​ຕົວ​ຢ່າງ, ທໍ່​ເກັບ​ຕົວ​ຢ່າງ, ບັດ​ກວດ​ຫາ​ທີ່ຜູ້​ໄດ້​ຜົນ​ບວກໃຊ້​ແລ້ວນັ້ນ ຈະ​ບັນ​ຈຸ​ໃສ່​ຖົງ​ອັດ​ແໜ້ນ ແລະ​ສົ່ງ​ໄປ​ຊຳ​ລະ​​ຢູ່​​ໂຮງ​ໝໍ​ໂດຍ​ຖື​ເປັນ​ຂີ້​ເຫຍື້ອ​ທາງ​ການ​ແພດ.

ຜະ​ລິດ​ຕະ​ພັນ​ກວດໄວ​ພະ​ຍາດ​ໂຄວິດ-19ເອົາ​ເອງ10​​​ຊະ​ນິດ​ຂອງ​ຈີນ​ເຂົ້າ​ສູ່​ຕ​ະ​ຫຼາດ​ຢ່າງ​ເປັນ​ທາງ​ການ_fororder_723339645

 

ຄຳ​ເຫັນ

0