吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄວຣັດໂອມິຄຼອນແຜ່ລະບາດຢ່າງຮຸນແຮງຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19ຕໍ່ມື້ຂອງສ.ເກົາຫຼີມີຈຳນວນຫຼາຍກວ່າ 3 ແສນ 5 ໝື່ນກໍລະນີເປັນເວລາ 2 ມື້ຕິດຕໍ່ກັນ

2022-03-14 11:27:50 CRI

ໄວຣັດໂອມິຄຼອນແຜ່ລະບາດຢ່າງຮຸນແຮງຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19ຕໍ່ມື້ຂອງສ.ເກົາຫຼີມີຈຳນວນຫຼາຍກວ່າ 3 ແສນ 5 ໝື່ນກໍລະນີເປັນເວລາ 2 ມື້ຕິດຕໍ່ກັນ_fororder_v2-2fc6686780641c48cbc7fa29dd860861_1440w

   ສື່ມວນຊົນສ.ເກົາຫຼີລາຍງານວ່າ, ວັນທີ 13 ມີນານີ້, ອົງການປ້ອງກັນພະຍາດສູນກາງສ.ເກົາຫຼີແຈ້ງໃຫ້ຮູ້ວ່າ: ນັບມາຮອດເວລາ 0 ໂມງມື້ວານນີ້, ຢູ່ສ.ເກົາຫຼີ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ເມື່ອທຽບໃສ່ 0 ໂມງຂອງມື້ກ່ອນມີຫຼາຍເຖິງ 350.190 ກໍລະນີ, ນັບລວມແລ້ວ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ສ.ເກົາຫຼີມີຫຼາຍກວ່າ 6 ລ້ານ 5 ແສນ 5 ໝື່ນກໍລະນີແລ້ວ.


   ນີ້ແມ່ນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19ຂອງສ.ເກົາຫຼີມີຈຳນວນຫຼາຍກວ່າ 3 ແສນ 5 ໝື່ນກໍລະນີເປັນເວລາ 2 ມື້ຕິດຕໍ່ກັນ, ສ່ວນວັນທີ 12 ມີນານີ້, ຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ຂອງສ.ເກົາຫຼີມີຫຼາຍກວ່າ 3 ແສນ 8 ໝື່ນກໍລະນີ, ໄດ້ສ້າງຕົວເລກສູງສຸດນັບແຕ່ພະຍາດໂຄວິດ-19 ແຜ່ລະບາດເປັນຕົ້ນມາ.


    ໄວຣັດໂອມິຄຼອນພວມແຜ່ລະບາດຢ່າງຮຸນແຮງຢູ່ສ.ເກົາຫຼີ, ລັດຖະບານສ.ເກົາຫຼີຄາດການກ່ອນໜ້ານີ້ວ່າ, ການແຜ່ລະບາດຂອງໄວຣັດໂອມິຄຼອນຈະຮ້າຍແຮງທີ່ສຸດກ່ອນວັນທີ 22 ມີນານີ້. ເມື່ອຮອດເວລານັ້ນ ຈຳນວນຜູ້ຕິດເຊື້ອເພີ່ມໃໝ່ຕໍ່ມື້ຈະສູງເຖິງ 295.000 ຫາ 372.000 ກໍລະນີ.

ຄຳ​ເຫັນ

0