吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ໄດ້​ສະ​ໜີ​ຂອບສັນ​ຍາ​ຊ່ວຍ​ເຫຼືອ​​ດ້ານຄວາມ​ໝັ້ນ​ຄົງ​ ​ນິວເຄຼຍ​ໃຫ້​ກັບ​ຣັດ​ເຊຍ ແລ​ະ​ອູ​ແກຼນ

2022-03-14 15:42:44 cri

ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ໄດ້​ສະ​ໜີ​ຂອບສັນ​ຍາ​ຊ່ວຍ​ເຫຼືອ​​ດ້ານຄວາມ​ໝັ້ນ​ຄົງ​ ​ນິວເຄຼຍ​ໃຫ້​ກັບ​ຣັດ​ເຊຍ ແລ​ະ​ອູ​ແກຼນ_fororder_微信图片_20220314153911

   ວັນ​ທີ 13 ມີ​ນາ​ນີ້, ທ່ານ​ຣາ​ແຟວ ໂກ​ຣ​ຊີ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ກ່າວ​ວ່າ: ທ່ານ​ເອງໄດ້​ປຶກ​ສາ​ຫາ​ລື​ຂອບ​ສັນ​ຍາ​ກັບ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ ແລະ​ອູ​ແກຼນຕາມ​ລຳ​ດັບ​ໃນ​ອາ​ທິດ​ແລ້ວ​ນີ້, ເພື່ອ​ເຮັດ​ໃຫ້​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ສາ​ມາດ​ສະ​ໜອງ​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ ແລະ​ອື່ນໆ​ໃຫ້​ກັບ​ອູ​ແກຼນ​ໃນ​​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ​ການ​ໝູນ​ວຽນ​ທີ່​ໜ້າ​ໄວ້​ວາງ​ໃຈຂ​ອງ​ອຸ​ປະ​ກອນ​ນິວ​ເຄຼຍ​ທັງ​ໝົດ.

ທ່ານ​ຣາ​ແຟວ ໂກ​ຣ​ຊີ​ກ່າວ​​ຕື່ມວ່າ: ພວກ​ເຮົາ​ບໍ່​ສາ​ມາດ​ເສຍ​ເວ​ລາ​ໄປ​ລ້​າໆອີກ​ແລ້ວ, ອົງ​ການພະ​ລັງ​ງານ​​ປະ​ລາ​ມາ​ນູ​ສາ​ກົນ​ກຽມ​ພ້ອມ​ທີ່​ຈະ​​ດໍ​າ​ເນີນ​ການ​ເຄື່ອນ​ໄຫວ​ໃນ​ທຸກ​ເວ​ລາ​ອີງ​ຕາມ​ຂອບ​ສັນ​ຍາ​ທີ່​ພວກ​ເຮົາ​ສະ​ເໜີ. ຂອບ​ສັນ​ຍາ​ດັ່ງ​ກ່າວ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຝ່າຍ​ຕ່າງໆ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ແລ້ວ ​ຈຶ່ງ​ສາ​ມາດ​ປະ​ຕິ​ບັດ​ໄດ້. ຫຼັງ​ຈາກສັນ​ຍາ​ສະ​ບັບ​ນີ້​ໄດ້​ຖືກ​ລົງ​ນາມ, ອົງ​ການພະ​ລັງ​ງານ​​ປະ​ລາ​ມາ​ນູ​ສາ​ກົນ​ຈຶ່ງ​ສາ​ມາດ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ກັບ​ອຸ​ປະ​ກອນ​ນິວ​ເຄຼຍ​ຂອງ​ອູ​ແກຼນ​ໄດ້.

   ​ມື້​ດຽວ​ກັນ,  ທ່ານ​ຣາ​ແຟວ ໂກ​ຣ​ຊີ​ຍັງ​ກ່າວຕື່ມ​ວ່າ: ຕາມ​ຂ່​າວ​ທີ່​ໄດ້​ມາ​ຈາກ​ຜູ້​ຮັບ​ຜິດ​ຊອບ​ຂອງ​ບໍ​ລິ​ສັດ​ໄຟ​ຟ້າ​ນິວ​ເຄຼຍ​ອູ​ແກຼນ,  ໜຶ່ງ​ໃນ​ສອງ​ແລວ​ສາຍ​ໄຟ​ທີ່​ຖືກ​ທຳ​ລາຍ​ຂອງ​ໂຮງໄຟ​ຟ້າ​ນິວ​ເຄຼຍ​ເຊີ​ໂນ​ບິນ​ໄດ້​​ສ້ອ​ມແປງ​ຮຽບ​ຮ້ອຍ​ແລ້ວ, ປັດ​ຈຸ​ບັນ, ສາ​ມາດ​ສະ​ໜອງ​ໄຟ​ຟ້າ​ໃຫ້​ກັບ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ເຊີ​ໂນ​ບິນ​ຄືນ​ໃໝ່.

   ວັນ​ທີ 9 ມີ​ນາ​ນີ້, ອູ​ແກຼນ​ແຈ້ງ​ໃຫ້​ຮູ້​ວ່າ: ຕາ​ໜ່າງ​ໄຟ​ຟ້າ​ພຽງ​ອັນ​ດຽວ​ຂອງ​ໂຮງໄຟ​ຟ້າ​ນິວ​ເຄຼຍ​ເຊີ​ໂນ​ບິນ​ຖືກ​ທຳ​ລາຍ, ລະ​ບົບ​ຄວາມ​ໝັ້ນ​ຄົງ​ຂອງ​​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ​ໄຟ​ດັບ​ໝົດ, ອາດ​ຈະ​ເກີດ​ກໍ​ລະ​ນີ​ທີ່​ນິວ​ເຄຼຍ​ຮົ່ວ. ແຕ່​ອົງ​ການພະ​ລັງ​ງານ​​ປະ​ລະ​ມາ​ນູ​ສາ​ກົນ​ແຈ້ງ​ໃຫ້​ຮູ້​ວ່າ, ໄຟ​ດັບ​ຈະ​ບໍ່​ມີ​ຜົນ​ກະ​ທົບ​ອັນ​ໜັກ​ໜ່ວງ​ໃດໆ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ໂຮງ​ໄຟ​ຟ້າ.

ຄຳ​ເຫັນ

0