吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຽງຄູ່ກັບສະຖານະການອູແກຼນຮ້າຍແຮງຂຶ້ນ ຕົ້ນທຶນພະລັງງານຂອງເກຼັກໄດ້ຍົກສູງປະມານ 3 ເທົ່າ

2022-03-14 10:21:14 CRI

ຄຽງຄູ່ກັບສະຖານະການອູແກຼນຮ້າຍແຮງຂຶ້ນ ຕົ້ນທຶນພະລັງງານຂອງເກຼັກໄດ້ຍົກສູງປະມານ 3 ເທົ່າ_fororder_09b03a434e0d4c19a7695722d66d756f


   ບົດລາຍງານສະບັບໜຶ່ງທີ່ອອກດ້ວຍກຸ່ມບໍລິສັດການລົງທຶນອູດ ເຊິ່ງມີສຳນັກງານໃຫຍ່ຢູ່ນະຄອນຫຼວງປຼາກໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ, ຄວາມໂຈມຕີຕໍ່ທົ່ວໂລກຍ້ອນລາຄາພະລັງງານຖີບສູງຂຶ້ນ ຈະສ້າງຜົນກະທົບອັນໃຫຍ່ຫຼວງຕໍ່
ເສດຖະກິດເກຼັກ, ປັດຈຸບັນ, ຕົ້ນທຶນພະລັງງານຂອງເກຼັກໄດ້ເກືອບແມ່ນ 12% ຂອງ GDP ປະເທດຕົນແລ້ວ ໂດຍໄດ້ເພີ່ມປະມານ 4 ເທົ່າເມື່ອທຽບກັບບໍ່ເທົ່າໃດປີກ່ອນ.


    ກຸ່ມບໍລິສັດການລົງທຶນອູດຄາດວ່າ, ນັບແຕ່ສະຖານະການອູແກຼນຮ້າຍແຮງຂຶ້ນເປັນຕົ້ນມາ, GDP ຂອງປະເທດເອີລົບ ແລະ ເຂດຕາເວັນອອກກາງທີ່ໄດ້ສຳຫຼວດນັ້ນກໍ່ຈະຫຼຸດລົງ 2%, ສ່ວນອັດຕາໄພເງິນເຟີ້ຈະຍົກສູງຂຶ້ນຢ່າງຫຼວງຫຼາຍ.


     ກຸ່ມບໍລິສັດອູດຄາດວ່າ, ຈັງຫວະເຕີບໂຕເສດຖະກິດຂອງເກຼັກໃນປີນີ້ແມ່ນ 2%, ຕ່ຳກວ່າ 4% ທີ່ຄາດໄວ້ກ່ອນໜ້ານີ້. ສ່ວນອັດຕາໄພເງິນເຟີ້ຂອງເກຼັກຈະສູງເຖິງ 14,7% ໃນປີ 2022, ກ່ອນຣັດເຊຍ ກັບ ອູແກຼນເກີດການປະທະກັນ, ອັດຕາໄພເງິນເຟີ້ຂອງເກຼັກແມ່ນ 8,4%.

ຄຳ​ເຫັນ

0