吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີການຕ່າງປະເທດຕວກກີກ່າວວ່າ:ການລົງໂທດຕໍ່ຣັດເຊຍແກ້ໄຂບັນຫາບໍ່ໄດ້

2022-03-14 11:06:33 CRI

ລັດຖະມົນຕີການຕ່າງປະເທດຕວກກີກ່າວວ່າ:ການລົງໂທດຕໍ່ຣັດເຊຍແກ້ໄຂບັນຫາບໍ່ໄດ້_fororder_截图录屏_选择区域_20220314110514


   ວັນທີ 13 ມີນານີ້, ໃນເວທີປຶກສາຫາລືການຕ່າງປະເທດອັນທາເລຍ, ທ່ານເມຟລຸດ ກາອຸໂຊວລູ ລັດຖະມົນຕີກະຊວງການຕ່າງປະເທດຕວກກີກ່າວວ່າ, ການລົງໂທດຕໍ່ຣັດເຊຍແກ້ໄຂບັນຫາບໍ່ໄດ້.


    ທ່ານກາອຸໂຊວລູກ່າວຕື່ມວ່າ,ນັບແຕ່ເລີ່ມຕົ້ນ, ຕວກກີແມ່ນກໍ່ມີຫຼັກໝັ້ນຢ່າງຊັດເຈນ. ປະເທດຕາເວັນຕົກຫວັງໃຫ້ຕວກກີນຳໃຊ້ມາດຕະການຈຳນວນໜຶ່ງທີ່ຕວກກີບໍ່ໄດ້ໃຊ້, ພວກຂ້າພະເຈົ້າເຫັນວ່າ, ການລົງໂທດແກ້ໄຂບັນຫາບໍ່ໄດ້. ຫຼັກໝັ້ນຕໍ່ບັນຫານີ້ຂອງຕວກກີບໍ່ໄດ້ປ່ຽນແປງ.


    ວັນທີ 2 ມີນານີ້, ທ່ານກາອຸໂຊວລູເຄີຍກ່າວວ່າ, ຕວກກີບໍ່ຕ້ອງການເຂົ້າຮ່ວມການລົງໂທດສາກົນຕໍ່ຣັດເຊຍຍ້ອນການປະທະກັນລະຫວ່າງຣັດເຊຍ ກັບ ອູແກຼນ.

ຄຳ​ເຫັນ

0