郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຢາງ​ເຈ​ຊື​ພົບ​ປະ​ກັບ​ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ

2022-03-15 12:32:22 cri

    ວັນ​ທີ14ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຢາງ​ເຈ​ຊື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ຫົວ​ໜ້າ​​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ​ເຈັກ ຊູ​ລິ​ວິນ ​ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາຢູ່​ນະ​ຄອນຫຼວງ​ໂຣມ​ປະ​ເທດ​ອີ​ຕ​າ​ລີ. ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽນຄວາມ​ເຫັ​ນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ ພ້ອມ​ກັບ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ມີ​ຄວາມສົນ​ໃຈ​ນຳ​ກັນ, ເຫັນ​ດີ​ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໃຫ້​ດີ,ຄວບ​ຄຸມ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ,ເປີດກວ້າງ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃຫ້​ຫຼາຍກວ່າ​ເກົ່າ.

    ທ່ານ​ຢາງ​ເຈ​ຊື​ກ່າວ​ວ່າ: ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ ເປັນ​ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ຈີ​ນ-ອາ​ເມ​ຣິ​ກາ. ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ສະ​ເໜີອ​ອກ​ມາ​ວ່າ​ໃນ​ໄລ​ຍະ​ໃໝ່ ຈີນ​ແລະ​ອາ​ເມ​ຣິ​ກາ​ຢູ່​ຮ່ວມກັນ​ຕ້ອງ​ຍຶດ​ໝັ້ນ​ຫຼັກ​ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ຢູ່​​ຮ່ວມ​ກັນ​ໂດຍ​ສັນ​ຕິ ແລະ​ຮ່ວມ​ມື​ກັນ​​ແບບ​ຕ່າງຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ, ເປັນ​ການ​ຊີ້​ທິດທີ່​ຊັດ​ເຈນ​ໃຫ້​ແກ່​ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ​ໂຈ ໄບ​ເດັນ​ໄດ້​ໃຫ້​​ຄຳ​ຕອບ​ທີ່​ຕັ້ງ​ໜ້າ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ສຳ​ຄັນ​ວ່າ“ບໍ່​ສ້າງ​ສົງ​ຄາມ​ເຢັນ​ບັ້ນ​ໃໝ່,ບໍ່​ປ່ຽນ​ແປງ​ໂຄງ​ປະ​ກອບ​ຂອງ​ຈີນ,ບໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​​ກັບ​ປະ​ເທດ​ພັນ​ທະ​ມິດ​ເພື່ອ​​ຕໍ່​ຕ້ານ​ປະ​​ເທດ​ຈີນ,ບໍ່​ສະ​ໜັບ​ສະ​ໜູນ​ໃຫ້“​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ”​ແລະ​ອື່ນໆ”. ແຕ່​ວ່າ ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊຸດນີ້ຊ້ຳພັດ​ມີ​ການ​ກະ​​ທຳ​ທີ່ບໍ່​ຄືກັບ​ທ່າ​ທີ​ຂອງ​ຕົນ,​ຈີນ​ຫວັງ​ໃຫ້​ອາ​ເມ​ຣິ​ກາ​ຈັດ​​ຕັ້ງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ປະ​ທານ​າ​ທິ​ບໍ​ດີ​ໄບ​ເດັນ​ຢ່າງ​ແທ້​ຈິງ.

    ທ່ານ​ຢາງ​ເຈ​ຊືຍັງ​ໄດ້​ບັນ​ຍາຍ​ຫຼັກ​ໝັ້ນ​ທີ່​ເຄັ່ງ​​ຂຶມ​ຂອງ​ຈີນ​ໃນ​ບັນ​ຫາ​​ຕ່າງໆ​ທີ່ກ່ຽວ​ຂ້ອງ​ກັບ​ເຂດ​ຊິ່ນ​ຈ່ຽງ,ເຂດ​ຕິ​ເບດ,ແລະ​ຮົງ​ກົງ​ເປັນ​ຕົ້ນ,ໂດຍ​ຊີ້​ໃຫ້​ເຫັນ​ວ່າ ບັນ​ຫາ​ເຫຼົ່າ​ນີ້​ແມ່ນ​ກ່ຽວ​ຂ້ອງ​ກັບ​ຜົນ​ປະ​ໂຫຍດ​​ທີ່​ເປັນແກນ​ກາງ​ຂອງ​ປະ​ເທດ​ຈີນ,ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ຈີນ,ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​ເຂົ້າ​ມາ​ແຊກ​ແຊງ​ເດັດ​ຂາດ.

ທ່ານ​ຢາງ​ເຈ​ຊື​ພົບ​ປະ​ກັບ​ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ_fororder_930405913

 

ຄຳ​ເຫັນ

0