吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ຈະ​ຍົກ​ເລີກ​ທຸກມາດ​ຕະ​ກາ​ນ​ຈຳ​ກັດ​ການ​ເຂົ້າ​ປະ​ເທດ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19

2022-03-15 16:21:15 cri

ອັງ​ກິດ​ຈະ​ຍົກ​ເລີກ​ທຸກມາດ​ຕະ​ກາ​ນ​ຈຳ​ກັດ​ການ​ເຂົ້າ​ປະ​ເທດ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19_fororder_微信图片_20220315162031

    ວັນ​ທີ 14 ມີ​ນາ​ນີ້, ລັດ​ຖະ​ບານ​ອັງ​ກິດ​ປະ​ກາດ​ວ່າ: ເລີ່ມ​ແຕ່ເວ​ລາ 4 ໂມງ​ຂອງວັນ​ທີ 18 ມີ​ນາ​ນີ້​ເປັນ​ຕົ້ນ​ໄປ, ຈະ​ຍົກ​ເລີກ​ທຸກໆມາດ​ຕະ​ກາ​ນ​ຈຳ​ກັດ​ການ​ເຂົ້າ​ປະ​ເທດ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19, ນັກ​ທ່ອງ​ທ່ຽວ​ທັງ​ໝົດ​ທີ່​ເຂົ້າ​ປະ​ເທດ​ຈະ​ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19​ອີກຫຼັງ​ຈາກ​ເດີນ​ທາງ​ເຂົ້າ​ສູ່​ອັງ​ກິດ.

    ອີງ​ຕາມ​ແຜນ​ການ​ສະ​ບັບໃໝ່ “​ຢູ່​ຮ່ວມ​ກັນ​ກັບ​ພະ​ຍາດ​ໂຄວິດ-19” ທີ່​ລັດ​ຖະ​ບານ​ອັງ​ກິດ​ປະ​ກາດ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ, ຜູ້​ທີ່​ມີຜົນ​ການ​ກວດ​ຫາ​ເຊື້ອ​ໂຄວິດ-19​​ເປັນ​ບວກ​ບໍ່​ຈຳ​ເປັນ​ຕ້ອງ​ກັກບໍ​ລິ​ເວນ​ໂດຍ​ຕົນ​ເອງ, ລັດ​ຖະ​ບານ​ກໍ​ຈະ​ບໍ່​ຕິດ​ຕາມ​ຜູ້​ໃກ້​ຊິດ​ອີກ, ຜູ້​ໃກ້​ຊິດ​ທີ່​ຍັງ​ບໍ່​ທັນ​ໄດ້​ສັກ​ວັກ​ຊີນ​ຄົບ​ເຂັມ​ກໍ​ບໍ່​​ຈຳ​ເປັນ​ກັກ​ບໍ​ລິ​ເວນ​ໂດຍ​ຕົນ​ເອງ​ອີກ.

ຄຳ​ເຫັນ

0