吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນຕຳໜິອາເມຣິກາເຜີຍແຜ່ຂ່າວປອມກ່ຽວກັບຈີນໃນບັນຫາອູແກຼນ

2022-03-15 11:25:42 CRI

ກະຊວງການຕ່າງປະເທດຈີນຕຳໜິອາເມຣິກາເຜີຍແຜ່ຂ່າວປອມກ່ຽວກັບຈີນໃນບັນຫາອູແກຼນ_fororder_赵立坚


    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 14 ມີນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ, ໃນຫວ່າງມໍ່ໆມານີ້,ອາເມຣິກາສືບຕໍ່ເຜີຍແຜ່ຂ່າວປອມກ່ຽວກັບຈີນໃນບັນຫາອູແກຼນ, ແມ່ນມີເຈດຕະນາຮ້າຍ.


    ຂ່າວແຈ້ງໃຫ້ຮູ້ວ່າ, ເຈົ້າໜ້າທີ່ອາເມຣິກາກ່າວວ່າ, ຣັດເຊຍໄດ້ສະເໜີໃຫ້ຈີນສະໜອງການຊ່ວຍເຫຼືອດ້ານການທະຫານ.


    ຕໍ່ກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນກ່າວວ່າ, ວຽກງານສຳຄັນທີ່ສຸດໃນປັດຈຸບັນແມ່ນໃຫ້ຝ່າຍຕ່າງໆຮັກສາຄວາມອົດກັ້ນໄວ້,ຊຸກຍູ້ການແກ້ໄຂບັນຫາດ້ວຍວິທີທາງການທູດ, ແຕ່ຫາກບໍ່ແມ່ນເຮັດໃຫ້ສະຖານະການຮ້າຍແຮງຂຶ້ນອີກ. ໃນບັນຫາອູແກຼນຈີນຖືທ່າທີພາວະວິໄສ ແລະ ທ່ຽວທຳມາໂດຍຕະຫຼອດ, ອີງຕາມຄວາມຖືກຕ້ອງຂອງເຫດການນັ້ນເອງ, ວິນິດໄສ ແລະ ສະແດງທ່າທີດ້ວຍຕົວເອງ, ໃນບັນຫາອູແກຼນ, ທຸກໆຂ່າວປອມທີ່ມີຈຸດປະສົງໃສ່ຮ້າຍປ້າຍສີປະເທດຈີນ ແມ່ນເພື່ອຫັນເຫຂໍ້ຂັດແຍ້ງ ແລະ ສ້າງສະພາບການເປັນການປໍລະປັກ, ນີ້ແມ່ນເລື່ອງທີ່ບໍ່ມີຄວາມຮັບຜິດຊອບ ແລະ ບໍ່ມີສິນທຳ. ນັບແຕ່ໃດໆມາ ການລົງໂທດບໍ່ແມ່ນວິທີແກ້ໄຂບັນຫາທີ່ບັງເກີດຜົນ,ຈີນຄັດຄ້ານອາເມຣິກາປະຕິບັດການລົງໂທດແຕ່ຝ່າຍດຽວ ແລະ ໃຊ້ອຳນາດແຊກແຊງທຸກບັນຫາ, ຈີນຈະເດັດດ່ຽວປົກປັກຮັກສາສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດ ແລະ ສ່ວນບຸກຄົນຈີນ.

ຄຳ​ເຫັນ

0