吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນ: “ການເອົາໄຕ້ຫວັນເປັນເກມການພະນັນ” ຈະສ້າງຜົນຮ້າຍທີ່ຮັບບໍ່ໄດ້ຕໍ່ອາເມຣິກາ

2022-03-15 11:17:53 CRI

ຈີນດຶງດູດການລົງທຶນຈາກຕ່າງປະເທດໃນ 2 ເດືອນຕົ້ນປີນີ້ເພີ່ມຂຶ້ນ 37,9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້_fororder_台湾


    ໂດຍແນໃສ່ການກະທຳຂອງອາເມຣິກາທີ່ຊັກໃຍການເມືອງດ້ວຍບັນຫາແຜນທີ່ເຂດໄຕ້ຫວັນ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 14 ມີນານີ້ວ່າ, “ການເອົາໄຕ້ຫວັນເປັນເກມການພະນັນ”ບໍ່ພຽງແຕ່ຈະເຮັດໃຫ້ໄຕ້ຫວັນພົບກັບຄວາມອັນຕະລາຍເທົ່ານັ້ນ, ຍັງຈະສ້າງຜົນຮ້າຍທີ່ຮັບບໍ່ໄດ້ຕໍ່ອາເມຣິກາຕື່່ມອີກ.

    ຂ່າວແຈ້ງໃຫ້ຮູ້ວ່າ, ລັດຖະສະພາອາເມຣິກາໄດ້ຮັບຮອງເອົາຍັດຕິວ່າດ້ວຍການນຳໃຊ້ງົບປະມານແບບສັງລວມປີ 2022 ຂອງລັດຖະບານ, ບາງມາດຕາໃນນັ້ນແມ່ນກ່ຽວພັນເຖິງບັນຫາແຜນທີ່ເຂດໄຕ້ຫວັນ.


    ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານຈ້າວລີ້ຈ່ຽນຊີ້ອອກວ່າ: ໃນໂລກນີ້ມີແຕ່ປະເທດຈີນດຽວ,ໄຕ້ຫວັນເປັນພຽງພາກສ່ວນໜຶ່ງທີ່ແຍກອອກຈາກຈີນບໍ່ໄດ້, ນີ້ບໍ່ພຽງແຕ່ເປັນຄວາມຈິງທາງດ້ານປະຫວັດສາດ ແລະ ນິຕິທຳເທົ່ານັ້ນ ຍັງແມ່ນຄວາມຮັບຮູ້ຄືກັນຂອງປະຊາຄົມໂລກ, ແຜນທີ່ຂີດໝາຍຢ່າງຖືກຕ້ອງໃດໆກໍ່ຕ້ອງຖືຄວາມຈິງດັ່ງກ່າວເປັນພື້ນຖານ.ການກະທຳທີ່ກ່ຽວຂ້ອງຂອງອາເມຣິກາໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍກາດ ແລະ ຫວັງຊັກໃຍການເມືອງດ້ວຍບັນຫາແຜນທີ່ເຂດໄຕ້ຫວັນ, ຈີນບໍ່ພໍໃຮທີ່ສຸດ ແລະ ເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້. ທ່ານຈ້າວລີ້ຈ່ຽນກ່າວເນັ້ນຕື່ມວ່າ,ອາເມຣິກາຄວນປະຕິບັດຕາມຄຳໝັ້ນສັນຍາທາງການເມືອງທີ່ໃຫ້ໄວ້ຕໍ່ຈີນ ແລະ ຮັກສາພາກສ່ວນລວມຂອງສາຍພົວພັນຈີນ-ອາເມຣິກາຢ່າງແທ້ຈິງ.

ຄຳ​ເຫັນ

0