郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາສະ​ໜັບ​ສະ​ໜູນ​ເງິນ​​ຊ່ວຍຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອູ​ແກຼນ​ແມ່ນ​ເປັນ​ເລື່ອງ​ຈິງ​ທີ່​ປະ​ຕິ​ເສດ​ບໍ່​ໄດ້

2022-03-15 11:54:27 cri

ວັນ​ທີ14ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານນາງ ທູ​ຊິ ເກ​ບ​ບາດ ອະ​ດີດ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາອາ​ເມ​ຣິ​ກາໄດ້​ຊີ້​ໃຫ້​ເຫັນ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ອາ​ເມ​ຣິ​ກາສະ​ໜັບ​ສະ​ໜູນ​ເງິນ​​​​ຊ່ວຍຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອູ​ແກຼນ​ແມ່ນ​ເປັນ​ເລື່ອງ​ຈິງ​ທີ່​ປະ​ຕິ​ເສດ​ບໍ່​ໄດ້,ລັດ​ຖະ​ບານ​ອາ​ເມຣິ​ກາ​ຄວນ​ຍຸດ​ຕິ​ການ​ກະ​ທຳ​ທີ່​​ມີເຈດ​ຕະ​ນາ​​ປິດ​ບັງ​ຄວາມ​ເປັນ​ຈິງ.

ທ່ານ​ນາງ​ເກບ​ບາດ​ກ່າວ​ວ່າ: ຢູ່​ປະ​ເທດ​ອູ​ແກຼນ​ມີ​ຫ້ອງ​ທົດ​ລອງ​ຊີ​ວະ​​ພາບ25ຫາ30ແຫ່ງທີ່​ໄດ້​ຮັບເງິນ​ອຸດ​ໜູນ​ຈາກ​ອາ​ເມ​ຣິ​ກາ,ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຮອງ​ແລ້ວ​ວ່າ ຫ້ອງ​ທົດ​ລອງຊີ​ວະ​ພາບ​ເຫຼົ່າ​ນີ້ແມ່ນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດທີ່​ເປັນ​ອັນ​ຕະ​ລາຍ​ທີ່​ສຸດ.ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຄວນ​ຍຸດ​ຕິ​​ການ​ປິດ​ບັງ​ຄວາມ​ເປັນ​ຈິງ ແລະ​ສະ​ແຫວງ​ຫາການ​ຮ່ວມ​ມື​ກັບ​ຣັດ​ເຊຍ, ອູ​ແກຼນ, ນາ​ໂຕ, ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຊຸ​ກ​ຍູ້​ໃຫ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ​ບໍ​ລິ​ເວນ​ອ້ອມ​ຂ້າງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ເຫຼົ່າ​ນີ້,ຈົນ​ຮອດ​ຂັ້ນ​ຕອ​ນ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ສິ່ງ​ກໍ່​ສ້າງ​ເຫຼົ່າ​ນີ້​​ເພື່ອ​ທຳ​ລາຍ​ເຊື້ອ​ພະ​ຍາດ.

ອາ​ເມ​ຣິ​ກາສະ​ໜັບ​ສະ​ໜູນ​ເງິນ​​ຊ່ວຍຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອູ​ແກຼນ​ແມ່ນ​ເປັນ​ເລື່ອງ​ຈິງ​ທີ່​ປະ​ຕິ​ເສດ​ບໍ່​ໄດ້_fororder_451713823

 

ຄຳ​ເຫັນ

0