吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ຄັ້ງ​ທີ 66 ຂອງ​ຄະ​ນະ​ກຳ​ມະ​ກາ​ນ​ຖາ​ນະ​ບົດ​ບາດ​ແມ່​ຍິງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສຸມ​ໃສ່​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ເພດ ແລະ​​ຍົກ​ສູງ​ບົດ​ບາດ​ຂອງແມ່​ຍິງ

2022-03-15 16:19:09 cri

ກອງ​ປະ​ຊຸມ​ຄັ້ງ​ທີ 66 ຂອງ​ຄະ​ນະ​ກຳ​ມະ​ກາ​ນ​ຖາ​ນະ​ບົດ​ບາດ​ແມ່​ຍິງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສຸມ​ໃສ່​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ເພດ ແລະ​​ຍົກ​ສູງ​ບົດ​ບາດ​ຂອງແມ່​ຍິງ_fororder_微信图片_20220315161819

    ກອງ​ປະ​ຊຸມ​ຄັ້ງ​ທີ 66 ຂອງ​ຄະ​ນະ​ກຳ​ມະ​ກາ​ນາ​ຖາ​ນະ​ບົດ​ບາດ​ແມ່​ຍິງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ໄຂ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ນິວ​ຢອກຂອງອາ​ເມ​ຣິ​ກາໃນ​ວັນ​ທີ 14 ມີ​ນາ​ນີ້, ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ “​ບັນ​ລຸ​ຄວາມ​ສະ​​ເໝີ​ພາບ​ລະ​ຫວ່າງ​ເພດ ແລະ​​ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ ແລະ​ເດັກ​ຍິງ​ໃນ​ນະ​ໂຍ​ບາຍ ແລະ​ໂຄງ​ການ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສະ​ພາບ​ແວດ​ລ້ອມ ແລະ​ຫຼຸດ​ຜ່ອນ​ໄພ​ພິ​ບັດ”

    ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເລ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ: ການ​ຈຳ​ແນກເພດ​ໄດ້​ສ້າງ​ສະ​ພາບ​ການ​ທີ່​ວ່າ​ມີ​ແຕ່ເຈົ້າ​ຂອງ ແລະ​ຜູ້​ນຳ​ຂອງ​ທີ່​ດິນ​ສ່ວນ​ໜ້ອຍ​ທີ່​ສຸດ​ແມ່ນ​ແມ່​ຍິງ, ໃນ​​ການ​ຕັດ​ສິນ ແລະການ​ເຄື່ອນ​ໄຫວກ່ຽວ​ກັບ​ການ​ນຳ​ໃຊ້​ທີ່​ດິນ, ມົ​ນລະ​ພິດ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ແລະ​ດິນ​ຟ້າ​ອາ​ກາດ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ແມ່ນ​ຖືກ​ເບິ່ງ​ຂ້າມ​ຢູ່ເລື້ອຍໆ. ຫາງ​ສຽງ​ທີ່​ກີດ​ກັນ ແລະ​ກົດ​ຂີ່​ແມ່​ຍິງ​​ມາເປັນ​ເວ​ລາຫຼາຍ​ພັນ​ປີ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ກຳ​ຈັດ, ທຸກ​ຄົນ​ຄວນ​ພະ​ຍາ​ຍາມ​ຍາດ​​ແຍ່ງຜົນ​ປະ​ໂຫຍດ​ມາ​ໃຫ້​ກັບ​ແມ່​ຍິງ ແລະ​ຊຸກ​ຍູ້​ຄວາມ​ສະ​ເ​ໝີ​ພາບ​ລະ​ຫວ່າງ​ເພ​ດ.

 

ຄຳ​ເຫັນ

0