吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນດຶງດູດການລົງທຶນຈາກຕ່າງປະເທດໃນ 2 ເດືອນຕົ້ນປີນີ້ເພີ່ມຂຶ້ນ 37,9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້

2022-03-15 10:48:17 CRI

ຈີນດຶງດູດການລົງທຶນຈາກຕ່າງປະເທດໃນ 2 ເດືອນຕົ້ນປີນີ້ເພີ່ມຂຶ້ນ 37,9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້_fororder_外资


    ອີງຕາມຕົວເລກຫຼ້າສຸດທີ່ກະຊວງການຄ້າຈີນປະກາດໃນວັນທີ 14 ມີນານີ້ສະແດງໃຫ້ເຫັນວ່າ, ໃນ 2 ເດືອນຕົ້ນປີນີ້, ຈີນໄດ້ດຶງດູດການລົງທຶນຈາກຕ່າງປະເທດ 243,7 ຕື້ຢວນ, ເພີ່ມຂຶ້ນ 37,9% ເມື່ອທຽບກັບໄລຍະດຽວກັນປີກາຍນີ້.


    ເມື່ອເບິ່ງຈາກແຫຼ່ງການລົງທຶນແລ້ວ, ການລຶງທຶນຂອງປະເທດຢູ່ລຽບ ຕາມ“ໜຶ່ງແລວໜຶ່ງເສັ້ນທາງ” ແລະ ອາຊຽນຕ່າງກໍ່ໄດ້ເພີ່ມຂຶ້ນ 27,8% ແລະ 25,5% ຕາມລຳດັບ.


   ຫວ່າງແລ້ວນີ້, ທ່ານວາງເວີນທ່າວ ລັດຖະມົນຕີກະຊວງການຄ້າຈີນເຄີຍກ່າວວ່າ,ໃນຕໍ່ໜ້າຈະດຶງດູດທຶນຕ່າງປະເທດໃຫ້ຫຼາຍກວ່າເກົ່າເຂົ້າສູ່ອຸດສາຫະກຳການຜະລິດທີ່ທັນສະໄໝ, ອຸດສາຫະກຳຈະເລີນໃໝ່ທີ່ມີລັກສະນະຍຸດທະສາດ ພ້ອມທັງຂົງເຂດຕ່າງໆ ເຊັ່ນ: ເສດຖະກິດດີຈີຕອນ ແລະ ການພັດທະນາແບບສີຂຽວເປັນຕົ້ນ.

ຄຳ​ເຫັນ

0